ກອງປະຊຸມໄດ້ຕີລາຄາໝາກຜົນຂອງການຮ່ວມມືໃນປີ 2018 ແລະ 6 ເດືອນຕົ້ນປີ 2019. ໃນນັ້ນພົ້ນເດັ່ນແມ່ນ: ທະຫານເຂດ 4 ໄດ້ສົມທົບກັບບັນດາກົມກອງ, ທ້ອງຖິ່ນບັນດາແຂວງວຽງຈັນ, ໄຊສົມບູນ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ (ປະເທດລາວ) ປະຕິບັດວຽກງານສ້າງພື້ນຖານດ້ານການເມືອງ, ການທະຫານ, ພະລາທິການ ແລະເຕັກນິກ, ສ້າງກຸ່ມບ້ານ ແລະບັນດາໂຄງການຢູ່ລາວ… ຢ່າງມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn.

ສອງຝ່າຍໄດ້ສົມທົບກັນປະຕິບັດວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ແກ່ພະນັກງານ, ນັກຮົບກໍາລັງປະກອບອາວຸດສອງປະເທດກ່ຽວກັບປະຫວັດສາດທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີມິດຕະພາບສະໜິດຕິດແໜ້ນລະຫວ່າງສອງປະເທດ… ເປັນຢ່າງດີ.

leftcenterrightdel
ຜູ້ຕາງໜ້າສອງຝ່າຍລົງນາມໃນບົດບັນທຶກການຮ່ວມມື. ພາບ: qdnd.vn.

ໝາກຜົນຂອງການຮ່ວມມືລະຫວ່າງທະຫານເຂດ 4 ແລະບັນດາກົມກອງໃນກອງທັບລາວ ໄດ້ປະກອບສ່ວນຮັກສາສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພທາງສັງຄົມຢູ່ເສັ້ນຊາຍແດນລະຫວ່າງທະຫານເຂດ 4 ແລະລາວ. ທີ່ກອງປະຊຸມດັ່ງກ່າວ, ສອງຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມຮ່ວມປີ 2019, ເຊິ່ງເຫັນດີເປັນເອກະພາບຮ່ວມມື, ສົມທົບກັນຈັດຕັ້ງປະຕິບັດບັນດາເນື້ອໃນບົນພື້ນຖານບັນດາແຜນນະໂຍບາຍ, ແຜນການຮ່ວມມືເປັນຢ່າງດີ, ປະກອບສ່ວນຮັກສາສະພາບການ, ສ້າງເງື່ອນໄຂເພື່ອສ້າງສາ, ພັດທະນາເສດຖະກິດຢູ່ເຂດຊາຍແດນສອງປະເທດ ຫວຽດນາມ-ລາວ.

ໂດຍ:ຈາງຫງວຽນ