ທ່ານພົນໂທ ຟານວັນຢາງ ຊົມເຊີຍ ແລະຕີລາຄາສູງການຮ່ວມມືລະຫວ່າງເຫຼົ່າທັບເຮືອຫວຽດນາມ ແລະທະຫານເຮືອລາດຊະວົງ ໄທ ໃນໄລຍະຜ່ານມາໃນບັນດາຂົງເຂດ ຄື: ແລກປ່ຽນຄະນະ, ລາດຕະເວນຮ່ວມ, ຝຶກແອບ; ປາດຖະໜາວ່າກຳລັງທະຫານເຮືອສອງປະເທດຈະສືບຕໍ່ຍູ້ແຮງການຮ່ວມມື, ປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕຂອງແຕ່ລະປະເທດ ກໍ່ຄືຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃນພາກພື້ນ. ທ່ານພົນໂທ ຟານວັນຢາງ ຢັ້ງຢຶນວ່າ, ກອງທັບປະຊາຊົນຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໃນປີ ໄທ ດຳລົງຕຳແໜ່ງເປັນປະທານອາຊຽນ 2019, ພ້ອມທັງປາດຖະໜາວ່າ ໄທ ຈະສະໜັບສະໜູນ ຫວຽດນາມ ໃນປີ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ 2020, ພິເສດແມ່ນບັນດາກິດຈະກຳໂດຍທະຫານເຮືອຫວຽດນາມ ຈັດຕັ້ງ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ຕ້ອນຮັບທ່ານພົນເອກ Luechai Ruddit. ພາບ: ຮວ່າງຫວູ.

ທ່ານພົນເອກ Luechai Ruddit ຕີລາຄາວ່າ, ໃນສະພາບການພົວພັນສອງຝ່າຍ, ການພົວພັນດ້ານປ້ອງກັນຊາດ ໄທ - ຫວຽດນາມ ໃນຊຸມປີຜ່ານມາໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ໃນນັ້ນມີການຮ່ວມມືທະຫານເຮືອ. ທ່ານພົນເອກ Luechai Ruddit ສະເໜີກໍາລັງທະຫານເຮືອສອງປະເທດຍູ້ແຮງການຮ່ວມມື, ພິເສດແມ່ນໃນບັນດາຂົງເຂດລາດຕະເວນຮ່ວມ, ຝຶກແອບ, ພ້ອມທັງເນັ້ນໜັກວ່າ ໄທ ຈະສະໜັບສະໜູນຫວຽດນາມ ໃນປີດຳລົງຕຳແໜ່ງປະທານອາຊຽນ 2020 ແລະທະຫານເຮືອລາດຊະວົງ ໄທ ຈະຕັ້ງໜ້າເຂົ້າຮ່ວມບັນດາກິດຈະກຳໂດຍທະຫານເຮືອຫວຽດນາມ ຈັດຕັ້ງໃນປີ 2020.

ໂດຍ: ສົມເພັດ