ທີ່ການເຈລະຈາ, ສອງຝ່າຍພ້ອມກັນແລກປ່ຽນສະພາບຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ; ວິວັດທະນາການຮ່ວມມືທີ່ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM)  ແລະກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+); ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດ ພາຍຫຼັງການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ສິງກະໂປ ຄັ້ງທີ 9 ແລະເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືໃນໄລຍະຈະມາເຖິງ.

ສອງຝ່າຍ ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ, ພົ້ນເດັ່ນແມ່ນບັນດາຂົງເຂດ: ການແລກປ່ຽນຄະນະຜູ້ແທນ, ການບໍາລຸງສ້າງ, ການພົບປະແລກປ່ຽນນາຍທະຫານໜຸ່ມ, ການຮ່ວມມືທະຫານເຮືອ, ທະຫານອາກາດ, ການແລກປ່ຽນຂໍ້ມູນຂ່າວສານ, ເສນາຮັກ,  ແລະການສົມທົບກັນທີ່ບັນດາເວທີປາໄສຫຼາຍຝ່າຍ ເຊິ່ງສອງຝ່າຍພ້ອມກັນເປັນສະມາຊິກ. ໃນນັ້ນ, ສຸມໃສ່ຊຸກຍູ້ການຮ່ວມມືບໍາລຸງສ້າງ, ເປັນຕົ້ນແມ່ນກ່ຽວກັບພາສາ ແລະການພົວພັນກັບສາກົນ; ການຮ່ວມມືກ່ຽວກັບເສນາຮັກ, ໃນນັ້ນມີການແບ່ງປັນບົດຮຽນປິ່ນປົວພະຍາດ; ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ   ແລະທ່ານ Chan Yeng Kit ລົງນາມໃນແຜນການຮ່ວມມື. ພາບ: ມິງເງິນ.

ດ້ວຍຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ສືບຕໍ່ພັດທະນາຮອບດ້ານ, ແທດຈິງໃນໄລຍະຈະມາເຖິງ,  ສອງຝ່າຍເຫັນດີເປັນເອກະພາບສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນປີ 2020 ເມື່ອຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ. ສິ້ນສຸດການເຈລະຈາ, ທ່ານພົນໂທ ຫງວຽນຈີ໊ວີ້ງ  ແລະທ່ານ Chan Yeng Kit ໄດ້ລົງນາມໃນແຜນການຮ່ວມມື 3 ປີ (2019-2021) ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ.

ໂດຍ: ທູຈາງ