ທ່ານພັນໂທ ເຈິ່ນຫວ໊ຽດນັງ ແລະທ່ານພັນໂທ ອໍາພອນ ສຸກວິໄຊ ໄດ້ເນັ້ນໜັກວ່າ ການພົວພັນດ້ານປ້ອງກັນຊາດແມ່ນເສົາຄ້ຳສໍາຄັນ ແລະແມ່ນຈຸດພົ້ນເດັ່ນຂອງສາຍພົວພັນ ຫວຽດນາມ-ລາວ. ກ່ຽວກັບການເຄື່ອນໄຫວວຽກງານຊາວໜຸ່ມ, ໃນຊຸມປີຜ່ານມາ, ກອງທັບສອງປະເທດໄດ້ຈັດຕັ້ງບັນດາການພົບປະແລກປ່ຽນນາຍທະຫານໜຸ່ມ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: qdnd.vn.

ຄະນະຊາວໜຸ່ມກອງທັບ-ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະຫ້ອງການຊາວໜຸ່ມກອງທັບປະຊາຊົນລາວ ໄດ້ຈັດຕັ້ງບັນດາການຝຶກອົບຮົມແລກປ່ຽນບົດຮຽນດ້ານວິຊາສະເພາະ, ຝຶກອົບຮົມດ້ານວິຊາການວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມໃຫ້ພະນັກງານກອງທັບປະຊາຊົນລາວ. ທ່ານພັນໂທ ເຈິ່ນຫວ໊ຽດນັງ ແລະທ່ານພັນໂທ ອໍາພອນ ສຸກວິໄຊ ໄດ້ຕີລາຄາວ່າດ້ວຍບົດບາດແມ່ນກໍາລັງຕົ້ນຕໍ, ປະຕິບັດບັນດາໜ້າທີ່ຂອງກອງທັບໂດຍກົງ, ຊາວໜຸ່ມກອງທັບສອງປະເທດເວົ້າລວມ ແລະນາຍທະຫານໜຸ່ມສອງປະເທດເວົ້າສະເພາະ ໄດ້ສືບທອດ ແລະເສີມຂະຫຍາຍມູນເຊື້ອອັນດີງາມຂອງປະເທດຊາດ ແລະກອງທັບ, ປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ. ສອງຝ່າຍເຫັນດີເປັນເອກະພາບທີ່ຖືວ່າ, ໃນໄລຍະຈະມາເຖິງ ຄວນສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນ, ໂອ້ລົມສົນທະນາ, ແລກປ່ຽນລະຫວ່າງຊາວໜຸ່ມກອງທັບສອງປະເທດ, ຜ່ານນັ້ນປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.

ໂດຍ: ຈາງຫງວຽນ