ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ Cui Lianjie, ຫົວໜ້າການເມືອງສະຖາບັນວຽກງານການເມືອງກອງທັບ ສັງກັດສະຖາບັນວິທະຍາສາດການທະຫານ, ກອງທັບປົດປ່ອຍປະຊາຊົນຈີນ, ຫົວໜ້າຄະນະປະຕິບັດງານ ໄດ້ລາຍງານກັບທ່ານພົນໂທ ຫງວຽນຈິວີ້ງ ຮັບຊາບກ່ຽວກັບຜົນການເຮັດວຽກຂອງຄະນະປະຕິບັດງານ ກັບສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ຮ່າງກິດຈະກໍາຮ່ວມມືຄົ້ນຄວ້າ “ເກັບຮັກສາເອກະສານ, ວັດຖຸພັນກ່ຽວກັບຄວາມສາມັກຄີມິດຕະພາບລະຫວ່າງສອງກອງທັບຫວຽດນາມ-ຈີນ, ແນວຄິດສາມັກຄີໂຮ່ຈີມິນ-ເມົາເຈີຕຸງ ໃນການຕໍ່ສູ້ຕ້ານຝະລັ່ງ ແລະອາເມລິກາ” ສະບັບທຳອິດ; ພ້ອມທັງແລກປ່ຽນກ່ຽວກັບແຜນການເກັບຮັກສາ, ສໍາຫຼວດຄົ້ນຄວ້າຢູ່ບາງສະຖານທີ່ປະຫວັດສາດຂອງຫວຽດນາມ ເພື່ອຮັບໃຊ້ກິດຈະກໍາຄົ້ນຄວ້າວິທະຍາສາດໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຮົ່ງຟາ.

ທ່ານພົນໂທ ຫງວຽນຈິວີ້ງ ໄດ້ຕີລາຄາສູງໝາກຜົນເບື້ອງຕົ້ນໃນການຮ່ວມມືລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະສະຖາບັນວິທະຍາສາດການທະຫານ, ກອງທັບປົດປ່ອຍປະຊາຊົນຈີນ; ພ້ອມທັງມອບໝາຍໃຫ້ບັນດາອົງການ, ກົມກອງຂອງຫວຽດນາມ ສືບຕໍ່ສົມທົບກັນ, ເພີ່ມເຕີມບັນດາເອກະສານໃຫ້ກິດຈະກໍາຮ່ວມມືຄົ້ນຄວ້າ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ຄະນະປະຕິບັດງານດໍາເນີນການສໍາຫຼວດ, ຄົ້ນຄວ້າຕົວຈິງຢູ່ຫວຽດນາມ. ເນັ້ນໜັກວ່ານີ້ແມ່ນກິດຈະກໍາຄົ້ນຄວ້າທີ່ມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສອງກອງທັບ. ທ່ານພົນໂທ ຫງວຽນຈິວີ້ງ ກໍ່ສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍຄວນເຫັນດີເປັນເອກະສັນຕໍ່ບັນດາເນື້ອໃນ, ມາດຕະການ, ຍູ້ໄວຄວາມຄືບໜ້າເພື່ອສໍາເລັດກິດຈະກໍາຮ່ວມມືຄົ້ນຄວ້າລວມ, ມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຈີນ (18-1-1950 / 18-1-2020).

ໂດຍ: ທະນາພອນ