ຕາງໜ້າການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ທ່ານພົນຕີ ໂດ໊ກັນ ຍິນດີຕ້ອນຮັບທ່ານພົນຈັດຕະວາ Kwon Sam ແລະຄະນະນາຍທະຫານກອງທັບສ.ເກົາຫຼີ ມາຢ້ຽມຢາມ ຫວຽດນາມ.

leftcenterrightdel
 ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn.

ທ່ານພົນຕີ ໂດ໊ກັນ ເນັ້ນໜັກວ່າພ້ອມກັບການພັດທະນາຫຼາຍດ້ານໃນການພົວພັນ ຫວຽດນາມ-ສ.ເກົາຫຼີ ໃນຕະຫຼອດ 27 ປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດກໍ່ໄດ້ເຫັນປະຈັກຕາບັນດາໝາກຜົນທີ່ຕັ້ງໜ້າ, ແທດຈິງ, ສະແດງໃຫ້ເຫັນຜ່ານບັນດາການຢ້ຽມຢາມ ແລະການພົບປະຂອງການນໍາຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ, ບັນດາການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບຂອງສອງກອງທັບ, ການຮ່ວມມືກ່ຽວກັບການບໍາລຸງສ້າງ, ຄວາມໝັ້ນຄົງທາງອິນເຕີແນັດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ແລກປ່ຽນບົດຮຽນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

leftcenterrightdel
ທ່ານພົນຕີ ໂດ໊ກັນ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນຈັດຕະວາ Kwon Sam. ພາບ: qdnd.vn.
leftcenterrightdel
 ສອງຄະນະຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn.

ທ່ານພົນຕີ ໂດ໊ກັນ ຫວັງວ່າໃນໄລຍະຈະມາເຖິງ, ກອງທັບສອງປະເທດຈະມີການເຄື່ອນໄຫວຫຼາຍຢ່າງຕື່ມອີກ, ຄື: ການພົບປະແລກປ່ຽນ, ຢ້ຽມຢາມສັນຖະວະໄມຕີເຊິ່ງກັນ ແລະກັນ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງກອງທັບ ຫວຽດນາມ-ສ.ເກົາຫຼີ ເວົ້າສະເພາະ ແລະສອງປະເທດເວົ້າລວມ.

ໂດຍ: ເຈິ່ນຮວ່ຽນ