leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານ Takeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານ Takeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ພາບ: qdnd.vn.

ຕອນບ່າຍວັນທີ 2 ພຶດສະພາ, ພິທີຕ້ອນຮັບທ່ານ Takeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ໄດ້ດໍາເນີນຢູ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ ພາຍໃຕ້ການເປັນປະທານຂອງທ່ານພົນເອກ ໂງຊວນລິກ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ໄດ້ມີການພົບປະເຈລະຈາກັບທ່ານ Takeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ພົບປະເຈລະຈາກັບທ່ານ Takeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ພາບ: qdnd.vn.

ທີ່ການພົບປະເຈລະຈາ, ສອງຝ່າຍຢືນຢັນວ່າການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນຊຸມປີຜ່ານມາໄດ້ພັດທະນາຢ່າງວ່ອງໄວ, ນຳມາເຊິ່ງປະສິດທິຜົນ ແລະແທດຈິງ, ແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນຂອງສາຍພົວພັນ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ” ຫວຽດນາມ-ຍີ່ປຸ່ນ.

leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານຮ່ວມເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການກໍານົດທິດຊຸກຍູ້ການຮ່ວມມືອຸດສາຫະກໍາປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຍີ່ປຸ່ນ. ພາບ: qdnd.vn.
leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ Takeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ພາບ: qdnd.vn.

ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບໃນປີ 2019 ແລະຊຸມປີຕໍ່ໄປຈະສືບຕໍ່ນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ; ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຕາມບັນດາຂໍ້ຕົກລົງໄດ້ລົງນາມ, ພິເສດແມ່ນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດມຸ່ງໄປເຖິງທົດສະວັດຕໍ່ໄປ; ຍູ້ແຮງການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນທາງດ້ານເສນາຮັກ, ອຸດສາຫະກໍາປ້ອງກັນຊາດ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານ Takeshi Iwaya  ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ຖ່າຍຮູບຮ່ວມກັບຄະນະຜູ້ແທນກະຊວງປ້ອງກັນປະເທດສອງປະເທດ. ພາບ: qdnd.vn.

ເນື່ອງໃນໂອກາດນີ້, ທ່ານພົນເອກ ໂງຊວນລິກ ປາດຖະໜາຢາກໃຫ້ກະຊວງປ້ອງກັນປະເທດຍີ່ປຸ່ນ ພ້ອມກັບບັນດາກະຊວງ, ຂະແໜງການອື່ນຂອງ ຍີ່ປຸ່ນ ສືບຕໍ່ຍູ້ແຮງການຮ່ວມມືກັບກະຊວງປ້ອງກັນປະເທດຫວຽດນາມ ໃນບາງຂົງເຂດ, ຄື: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ຄວາມໝັ້ນຄົງທາງທະເລ, ການກູ້ຊີບ, ກູ້ໄພ, ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ.

ພາຍຫຼັງການພົບປະເຈລະຈາ, ລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານໄດ້ຮ່ວມເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການກໍານົດທິດຊຸກຍູ້ການຮ່ວມມືອຸດສາຫະກໍາປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຍີ່ປຸ່ນ.

ໂດຍ: ເຈິ່ນຮວ່ຽນ