ເລື່ອງເຂົ້າຮ່ວມ MCIS-8 ເພື່ອແນໃສ່ຢັ້ງຢືນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະຄວາມຮັບຜິດຊອບຢ່າງສູງຂອງຫວຽດນາມ ຕໍ່ກັບບັນດາບັນຫາສາກົນ ແລະພາກພື້ນ; ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ຕໍ່ກັບບັນດາບັນຫາຄວາມໝັ້ນຄົງ ແລະການພັດທະນາ ເຊິ່ງ ໂລກ ແລະພາກພື້ນມີຄວາມສົນໃຈ, ຜ່ານນັ້ນຕໍ່ສູ້ປົກປັກຮັກສາຜົນປະໂຫຍດແຫ່ງຊາດ ແລະຊົນຊາດທີ່ເວທີປາໄສຫຼາຍຝ່າຍ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ການນຳກະຊວງປ້ອງກັນປະເທດຫວຽດນາມ ຮັກສາການພົບປະຂັ້ນສູງກັບອົງການຕ່າງໆຂອງສະຫະພັນລັດເຊຍ, ປະກອບສ່ວນປັບປຸງການພົວພັນລະຫວ່າງກອງທັບສອງປະເທດ, ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ.

leftcenterrightdel
ທ່ານພົນໂທ ຟານວັນຢາງ. ພາບ: ສຳນັກຂ່າວສານຫວຽດນາມ.

ຕາມແຜນການແລ້ວ, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ຈະເຂົ້າຮ່ວມພິທີໄຂ MCIS-8, ທ່ານພົນໂທ ຟານວັນຢາງ  ຈະມີບົດກ່າວປາໄສສຳຄັນທີ່ວາລະຄົບຄະນະທີ 1 ແລະມີການພົບປະສອງຝ່າຍຕ່າງໆ.

ໂດຍ: ແສງເດືອນ