ທີ່ການຕ້ອນຮັບ, ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງການປະຕິບັດໜ້າທີ່ຄຸ້ມຄອງ ແລະປົກປັກຮັກສາຊາຍແດນໃນບໍລິເວນຄຸ້ມຄອງ.

leftcenterrightdel
ຄ້າຍທະຫານຊາຍແດນດ່ານສາກົນນ້ຳກັນ ມອບຂອງຂວັນໃຫ້ກອງຮ້ອຍຊາຍແດນ 221, ກອງບັນຊາການທະຫານຊາຍແດນແຂວງຊຽງຂວາງ, ລາວ. ພາບ: bienphong.com.vn.

ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນດ່ານສາກົນນ້ຳກັນ, ກອງບັນຊາການທະຫານຊາຍແດນແຂວງເງະອານ ແລະກອງຮ້ອຍຊາຍແດນ 221, ກອງບັນຊາການທະຫານຊາຍແດນແຂວງຊຽງຂວາງ ໄດສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດໜ້າທີ່ໃນບໍລິເວນຂອງແຕ່ລະຝ່າຍ, ເປັນຕົ້ນແມ່ນໃນວຽກງານໂຄສະນາຂົນຂວາຍປະຊາຊົນໃນບໍລິເວນຊາຍແດນປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດຂອງແຕ່ລະຝ່າຍຢ່າງເຂັ້ມງວດ, ຈັດຕັ້ງການລາດຕະເວນສອງຝ່າຍປະຈໍາໄລຍະ ແລະໂດຍບັງເອີນ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາເພື່ອປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະຝ່າຍ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ເນື່ອງໃນໂອກາດບຸນປີໃໝ່ລາວ, ຄະນະປະຕິບັດງານຂອງຄ້າຍທະຫານຊາຍແດນດ່ານສາກົນນ້ຳກັນ ໄດ້ມອບຂອງຂວັນ ແລະອວຍພອນໃຫ້ພະນັກງານ, ນັກຮົບຂອງກອງຮ້ອຍຊາຍແດນ 221, ກອງບັນຊາການທະຫານຊາຍແດນແຂວງຊຽງຂວາງ ແລະຫວັງວ່າໃນໄລຍະຈະມາເຖິງ, ສອງກົມກອງຈະເພີ່ມທະວີການຮ່ວມມືເພື່ອເພີ່ມພູນຄູນສ້າງນໍ້າໃຈພິເສດລະຫວ່າງສອງກົມກອງ, ສອງທ້ອງຖິ່ນໃຫ້ນັບມື້ນັບຮັດແໜ້ນຢ່າງບໍ່ຢຸດຢັ້ງກວ່າອີກ.

ໂດຍ: ກວຽດເຕິມ