ພົນເອກ ຟານວັນຢາງ ເຂົ້າຮ່ວມກອງປະຊຸມສະຫຼຸບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຢູ່ແຂວງທ໊າຍຫງວຽນ
ກປ.ອອນໄລ - ວັນທີ 29 ມີນາ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ກໍາມະການສະພາເລືອກຕັ້ງແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ໃນບໍລິເວນແຂວງທ໊າຍຫງວຽນ. ລາຍການດັ່ງກ່າວໄດ້ເຊື່ອມຕໍ່ຜ່ານລະບົບທາງໄກຢູ່ 92 ຕາແສງໃນແຂວງ.
ຕີລາຄາສູງຈິດໃຈເປັນເຈົ້າການ ແລະຄວາມຮັບຜິດຊອບຂອງຄະນະພັກ, ອຳນາດການປົກຄອງແຂວງທ໊າຍຫງວຽນ ໃນວຽກງານຈັດຕັ້ງການເລືອກຕັ້ງ ແລະກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ແຂວງທ໊າຍຫງວຽນ ແມ່ນທ້ອງຖິ່ນນອນໃນກຸ່ມນຳໜ້າທົ່ວປະເທດ, ໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນທຸກຂັ້ນຢ່າງພຽງພໍຕາມຂໍ້ກຳນົດ, ຜູ້ແທນຫຼາຍຄົນໄດ້ຮັບຄະແນນສຽງສູງ. ນີ້ແມ່ນໝາກຜົນຂອງຂະບວນການກະກຽມບຸກຄະລາກອນຢ່າງແໜ້ນແຟ້ນ, ຖືກຕ້ອງຕາມມາດຕະຖານ, ໂຄງປະກອບ, ຮັບປະກັນຄຸນນະພາບ; ພ້ອມທັງສະແດງໃຫ້ເຫັນຄວາມໄວ້ວາງໃຈ ແລະຄວາມເຫັນດີເຫັນພ້ອມສູງຂອງຜູ້ມີສິດເລືອກຕັ້ງສໍາລັບຜູ້ສະໝັກຮັບເລືອກ.
    |
 |
|
ທ່ານພົນເອກ ຟານວັນຢາງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານພົນເອກ ຟານວັນຢາງ ສະເໜີແຂວງທ໊າຍຫງວຽນ ຊີ້ນຳການຈັດຕັ້ງກອງປະຊຸມ ຄັ້ງທີ 1 ຂອງສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ຢ່າງຮີບດ່ວນ. ແຂວງສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ; ເພີ່ມທະວີລະບຽບວິໄນ, ຮັບປະກັນກົງຈັກການເຄື່ອນໄຫວຢ່າງມີປະສິດທິຜົນ, ຜົນສັກສິດ, ຮັບໃຊ້ປະຊາຊົນໃຫ້ດີກວ່າ.
ຄະນະພັກ, ອຳນາດການປົກຄອງແຂວງທ໊າຍຫງວຽນ ສຸມໃສ່ຊີ້ນຳນຳພາ, ປະຕິບັດໜ້າທີ່ການພັດທະນາເສດຖະກິດ-ສັງຄົມ; ຊາບຊຶມ, ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຢ່າງມີປະສິດທິຜົນ, ສູ້ຊົນບັນລຸລະດັບເຕີບໂຕສະເລ່ຍ 10%/ປີ ຂຶ້ນໄປໃນໄລຍະ 2026-2030. ພ້ອມທັງຕິດພັນກັບການພັດທະນາເສດຖະກິດກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ; ສືບຕໍ່ກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ; ຮັກສາຄວາມສາມັກຄີ, ເພີ່ມທະວີຄວາມເຫັນດີເຫັນພ້ອມສັງຄົມ; ເອົາໃຈໃສ່, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນແມ່ນຢູ່ເຂດປະສົບກັບຄວາມຫຍຸ້ງຍາກ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: nhandan.vn |
ຕາມມະຕິຂອງສະພາເລືອກຕັ້ງແຫ່ງຊາດ ກ່ຽວກັບການປະກາດໝາກຜົນການເລືອກຕັ້ງ ແລະບັນຊີລາຍຊື່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XVI, ແຂວງທ໊າຍຫງວຽນ ມີ 10 ຄົນຖືກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ 59 ຄົນຖືກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງທ໊າຍຫງວຽນ ອາຍຸການ 2026-2031.
ເນື່ອງໃນໂອກາດນີ້, ແຂວງທ໊າຍຫງວຽນ ໄດ້ມອບໃບຍ້ອງຍໍໃຫ້ 90 ໝູ່ຄະນະ, ບຸກຄົນ 247 ຄົນທີ່ມີຜົນງານດີເດັ່ນໃນວຽກງານເລືອກຕັ້ງ.
ໂດຍ: ເຈິ່ນຮວ່ຽນ