ໃນຊຸມປີຜ່ານມາ, ສະພາບການໂລກ, ພາກພື້ນມີການຜັນແປໂດຍໄວ, ສັບສົນ, ຄາດເດົາໄດ້ຍາກ. ການປະຕິວັດອຸດສາຫະກຳ 4.0 ພັດທະນາຢ່າງແຂງແຮງ ພາໃຫ້ປ່ຽນຮູບແບບການເຮັດສົງຄາມ. ອາວຸດອັດສະລິຍະ, ພາຫະນະບໍ່ມີຄົນຂັບ, ໂຣໂບດສູ້ຮົບ, ສູ້ຮົບເອເລັກໂຕນິກ, ເຄືອຂ່າຍອິນເຕີແນັດ, ປັນຍາປະດິດ (AI) ໄດ້ໝູນໃຊ້ຢ່າງກວ້າງຂວາງ; ລະບົບບັນຊາ, ບໍລິຫານສູ້ຮົບໄດ້ຫັນເປັນດີຈີຕອນ, ອັດຕະໂນມັດສູງທີ່ສຸດ...
ດ້ວຍຈິດໃຈປ່ຽນແປງໃໝ່, ປະດິດສ້າງ, ວຽກງານຝຶກແອບຂອງທົ່ວກອງທັບ ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າທັງດ້ານເນື້ອໃນ ແລະວິທີການ. ການຝຶກຊ້ອມຂັ້ນບັ້ນຮົບ, ຍຸດທະສາດມີຂະໜາດໃຫຍ່. ການຝຶກຊ້ອມໄດ້ສົມທົບລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ຝຶກຊ້ອມເຂດປ້ອງກັນຕົວ ໄດ້ຈັດຕັ້ງຢ່າງເຄັ່ງຄັດ, ຕິດແທດກັບພຶດຕິກຳສູ້ຮົບ, ປະກອບສ່ວນຍົກສູງລະດັບການຈັດຕັ້ງປະຕິບັດການບັນຊາ, ຄວາມສາມາດປະສານສົມທົບ ແລະການນຳໃຊ້ອາວຸດ, ຍຸດໂທປະກອນເຕັກນິກ.
ພິເສດ, ການໝູນໃຊ້ວິທະຍາສາດ-ເຕັກໂນໂລຢີ, ການຫັນປ່ຽນດີຈີຕອນ ແລະ AI ໄດ້ນໍາມາເຊິ່ງປະສິດທິຜົນທີ່ແທດຈິງ. ຮູບຈໍາລອງ, ແຜນທີ່ດີຈີຕອນ, ຫ້ອງຮຽນອັດສະລິຍະ... ໄດ້ຮັບການລົງທຶນ, ຂຸດຄົ້ນເປັນເທື່ອລະກ້າວ. ບາງກົມກອງໄດ້ໝູນໃຊ້ເຕັກໂນໂລຢີວິເຄາະຂໍ້ມູນເຂົ້າໃນການສ້າງແຜນການ, ປະເມີນໝາກຜົນການຝຶກແອບ; ນຳໃຊ້ເຮືອບິນບໍ່ມີຄົນຂັບ. ບັນດາໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນທິດເດີນຢ່າງຖືກຕ້ອງໃນການປັບຕົວໃຫ້ແທດເໝາະກັບສົງຄາມທັນສະໄໝ, ສົງຄາມເຕັກໂນໂລຢີສູງ.
ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າຄວາມຮຽກຮ້ອງໃໝ່, ການສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ວິທີການ, ບຸກທະລຸຍົກສູງຄຸນນະພາບການຝຶກແອບສູ້ຮົບແມ່ນຄວາມຮຽກຮ້ອງທີ່ຈຳເປັນ, ມີຄວາມໝາຍຍຸດທະສາດຍາວນານ. ກ່ອນອື່ນໝົດ, ຕ້ອງປ່ຽນແປງໃໝ່ຈິນຕະນາການຝຶກແອບ. ຈັດຕັ້ງປະຕິບັດການຝຶກແອບຕ້ອງເລີ່ມມາຈາກເປົ້າໝາຍການສູ້ຮົບ, ລັກສະນະຂອງສົງຄາມທັນສະໄໝ; ຈາກການບັນຈຸ ແລະອາວຸດຍຸດໂທປະກອນໃໝ່ຂອງຫວຽດນາມ, ຕິດພັນກັບໜ້າທີ່, ບໍລິເວນ, ວິທີການສູ້ຮົບຂອງແຕ່ລະກົມກອງ.
ເນື້ອໃນການຝຶກແອບຕ້ອງມີເນື້ອແທ້, ຮອບດ້ານ, ພື້ນຖານ, ລົງເລິກ, ທັນສະໄໝ; ເພີ່ມທະວີການຝຶກແອບສູ້ຮົບເອເລັກໂຕນິກ, ເຄືອຂ່າຍອິນເຕີແນັດ, ປ້ອງກັນ, ຕ້ານອາວຸດເຕັກໂນໂລຢີສູງ, ສູ້ຮົບໃນເງື່ອນໄຂທີ່ສັດຕູນຳໃຊ້ອາວຸດກຳລັງໄຟທີ່ຊັດເຈນ, ບຸກໂຈມຕີທາງອາກາດ, ທາງທະເລ, ທາງເຄືອຂ່າຍອິນເຕີແນັດ. ສຳລັບພະນັກງານບັນຊາ, ອົງການທຸກຂັ້ນ, ຕ້ອງເອົາໃຈໃສ່ບຳລຸງສ້າງກຳລັງຄວາມສາມາດຈິນຕະນາການທາງການທະຫານ, ຄວາມສາມາການປະເມີນ, ຄາດຄະເນສະພາບການ, ການຈັດຕັ້ງປະຕິບັດ, ບໍລິຫານ ແລະປະສົມປະສານການສູ້ຮົບ. ສຳລັບກົມກອງ ແລະພົນທະຫານແຕ່ລະຄົນ, ຕ້ອງດຳເນີນການຝຶກແອບເປັນເຈົ້າການນຳໃຊ້ອາວຸດຍຸດໂທປະກອນ. ພິເສດແມ່ນຕ້ອງເອົາໃຈໃສ່ຍົກສູງຄວາມຮັບຮູ້ ແລະຄຸນທາດການເມືອງ, ຈິດໃຈແກ້ໄຂຄວາມຫຍຸ້ງຍາກ, ກຽມພ້ອມຮັບ ແລະເຮັດສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍຜ່ານການຝຶກແອບ ແລະການເຄື່ອນໄຫວພຶດຕິກຳຕົວຈິງຂອງທະຫານ.
ວິທີການຝຶກແອບຕ້ອງສືບຕໍ່ປ່ຽນແປງໃໝ່ຕາມທິດເສີມຂະຫຍາຍລັກສະນະເປັນເຈົ້າການ, ປະດິດສ້າງຂອງຜູ້ຮຽນ; ສົມທົບຢ່າງແໜ້ນແຟ້ນລະຫວ່າງມູນເຊື້ອກັບທັນສະໄໝ; ດຳເນີນການຝຶກແອບໃຫ້ຕິດແທດກັບສະພາບຕົວຈິງ, ບໍລິເວນ, ເປົ້າໝາຍສູ້ຮົບ. ວຽກງານຄຸ້ມຄອງ, ບໍລິຫານການຝຶກແອບຕ້ອງມີວິທະຍາສາດ, ຖືກຕາມຫຼັກການ; ງານແຂ່ງຂັນ, ແຂ່ງຂັນກິລາ, ກວດກາ, ການປະເມີນຕ້ອງແທດຈິງ, ພາວະວິໄສ, ຖືເປັນສຳຄັນໝາກຜົນການຝຶກງານ, ຄວາມສາມາດແກ້ໄຂກໍລະນີຂອງບຸກຄົນ, ກົມກອງ.
ເພື່ອຍົກສູງຄຸນນະພາບການຝຶກແອບ, ຄະນະພັກ ຕ້ອງນໍາພາຢ່າງຮອບດ້ານ, ໂດຍກົງ; ຜູ້ບັນຊາຕ້ອງລົງເລິກໃກ້ຊິດຕິດແທດ, ເປັນແບບຢ່າງ, ເວົ້າໄປຄຽງຄູ່ກັບເຮັດ; ອົງການທີ່ກ່ຽວຂ້ອງຕ້ອງເປັນເສນາທິການໃຫ້ຖືກຕ້ອງ, ທັນການ. ພະນັກງານເຂົ້າຮ່ວມການຝຶກແອບແຕ່ລະຄົນຕ້ອງເປັນໃຈກາງສົ່ງເສີມ, ທັງເກັ່ງດ້ານວິຊາສະເພາະ, ທັງມີຄຸນທາດການເມືອງທີ່ໝັ້ນຄົງ, ທັງຮູ້ວິທີນຳໃຊ້ເຕັກໂນໂລຢີໃໝ່. ນັກຮົບແຕ່ລະຄົນຕ້ອງກຳນົດຢ່າງຈະແຈ້ງວ່າ “ສະໜາມຝຶກແອບແມ່ນສະໜາມຮົບ”; ການຝຶກແອບແມ່ນໜ້າທີ່ໃຈກາງ, ແມ່ນຄວາມເປັນກຽດ ແລະຄວາມຮັບຜິດຊອບຂອງພົນທະຫານ.
ພິທີເປີດການຝຶກແອບ ປີ 2026 ບໍ່ພຽງແຕ່ແມ່ນພິທີການເປີດສາກເທົ່ານັ້ນ ຫາກຍັງແມ່ນຄຳສັ່ງການກະທຳ. ໃນແຕ່ລະສະໜາມຝຶກຊ້ອມ, ແຕ່ລະເດີ່ນຝຶກແອບ, ແຕ່ລະຫ້ອງຮຽນ, ຕ້ອງໄດ້ຕັດສິນໃຈໃຫ້ລະອຽດດ້ວຍບັນດາຊົ່ວໂມງຝຶກແອບຢ່າງເຂັ້ມງວດ, ບັນດາບົດຝຶກແອບທີ່ມີຄຸນນະພາບ, ດ້ວຍໝາກຜົນທີ່ແທດຈິງ. ທົ່ວກອງທັບຕ້ອງເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ຫັນຄວາມຕັດສິນໃຈກາຍເປັນການກະທຳ, ຫັນເປົ້າໝາຍກາຍເປັນໝາກຜົນລະອຽດ, ສຳເລັດໜ້າທີ່ຝຶກແອບປີ 2026 ຢ່າງດີເລີດ, ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ແຫຼມຄົມ, ທັນສະໄໝ, ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ ໃນທຸກກໍລະນີ.
ໂດຍ: ແສງເດືອນ