    |
 |
|
ຜູ້ແທນເຂົ້າຮ່ວມ ປະຕິບັດພິທີເຄົາລົບທຸງຊາດ ທີ່ພິທີເປີດການອົບຮົມ-ຫັດແອບ. ພາບ: ກວາງດຶກ. |
ປີ 2026, ກໍາລັງປະກອບອາວຸດແຂວງດົ່ງຖາບ ກໍານົດສືບຕໍ່ປ່ຽນແປງໃໝ່, ບຸກທະລຸໜ້າທີ່ອົບຮົມ-ຫັດແອບຕາມມະຕິຂອງຄະນະພັກການທະຫານສູນກາງ, ຄະນະພັກທະຫານເຂດ 9 ແລະຄະນະພັກການທະຫານແຂວງ ກ່ຽວກັບການຍົກລະດັບຄຸນນະພາບການອົບຮົມ-ຫັດແອບ; ຈັດຕັ້ງການອົບຮົມ-ຫັດແອບ, ຝຶກຊ້ອມໃຫ້ແກ່ບັນດາເປົ້າໝາຍຖືກ, ຄົບເນື້ອໃນ, ເວລາ, ລາຍການຕາມຂໍ້ກໍານົດ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນຊີ້ນໍາທີ່ພິທີເປີດການອົບຮົມ-ຫັດແອບຂອງກໍາລັງປະກອບອາວຸດແຂວງດົງຖາບ. ພາບ: ກວາງດຶກ. |
ທີ່ພິທີເປີດການອົບຮົມ-ຫັດແອບ, ກອງບັນຊາການທະຫານແຂວງດົງຖາບ ໄດ້ປຸກລະດົມການແຂ່ງຂັນຂໍ່ານັບຮັບຕ້ອນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031, ລະນຶກວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ.
    |
 |
|
ບັນຍາກາດພິທີເປີດການອົບຮົມ-ຫັດແອບ. ພາບ: ກວາງດຶກ. |
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ລະດົມກໍາລັງໃຈພະນັກງານ, ນັກຮົບທີ່ພິທີເປີດການອົບຮົມ-ຫັດແອບຂອງກອງບັນຊາການທະຫານແຂວງດົງຖາບ. ພາບ: ກວາງດຶກ. |
ຕາງໜ້າຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ ຍ້ອງຍໍຊົມເຊີຍຜົນງານທີ່ກໍາລັງປະກອບອາວຸດແຂວງດົງຖາບ ບັນລຸໄດ້ໃນປີຜ່ານມາ; ພ້ອມທັງເນັ້ນໜັກວ່າ ບົນພື້ນຖານຄໍາສັ່ງຊີ້ນໍາວຽກງານການທະຫານ, ການປ້ອງກັນຊາດ ປີ 2026, ກໍາລັງປະກອບອາວຸດແຂວງດົງຖາບ ຕ້ອງສືບຕໍ່ເຊື່ອມຊຶມ, ປະຕິບັດມະຕິຂອງຄະນະພັກການທະຫານສູນກາງ ແລະມະຕິຂອງຄະນະພັກທຸກຂັ້ນກ່ຽວກັບການນໍາພາຍົກສູງຄຸນນະພາບການອົບຮົມ-ຫັດແອບ ໄລຍະ 2025-2030 ແລະຊຸມປີຕໍ່ໜ້າໃຫ້ມີປະສິດທິຜົນ.
ທ່ານພົນເອກ ຫງວຽນເຕິນເກືອງ ຖືວ່າ ທະຫານເຂດ 9 ມີລັກສະນະພິເສດສະເພາະ, ພິເສດແມ່ນບໍລິເວນແມ່ນໍ້າ, ສະນັ້ນ ຕ້ອງອົບຮົມຫັດແອບໃຫ້ແກ່ທະຫານ ມີຄວາມຊໍານິຊໍານານດ້ານທັກສະສູ້ຮົບຢູ່ບໍລິເວນແມ່ນໍ້າ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ຢ້ຽມຊົມຮູບຈໍາລອງ, ຂໍ້ລິເລີ່ມການດັດແປງອຸປະກອນການອົບຮົມ-ຫັດແອບທີ່ກອງພັນໃຫຍ່ 320. ພາບ: ກວາງດຶກ. |
ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ກໍ່ສ້າງກອງທັບ ປະຕິວັດ, ມີລະບຽບແບບແຜນ, ແຫຼມຄົມ, ທັນສະໄໝຮຽກຮ້ອງໃຫ້ວຽກງານອົບຮົມຫັດແອບ ຕ້ອງໄດ້ປ່ຽນແປງໃໝ່ ແລະຍົກລະດັບຢ່າງແທ້ຈິງ. ສະນັ້ນ, ຕ້ອງເພີ່ມທະວີການອົບຮົມ-ຫັດແອບກາງຄືນ, ອົບຮົມ-ຫັດແອບເຄື່ອນຍ້າຍ, ອົບຮົມ-ຫັດແອບຕາມສະຖານະການ, ຝຶກຝົນຫຼໍ່ຫຼອມກໍາລັງກາຍ, ຮັບປະກັນໃຫ້ທະຫານ ມີສຸຂະພາບແຂງແຮງ, ທົນທານໜຽວແໜ້ນ, ສາມາດເຄື່ອນທີ່ເປັນເວລາຫຼາຍມື້ໃນທຸກເງື່ອນໄຂ, ພູມສັນຖານ, ສະພາບດິນຟ້າອາກາດ. ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ ແລະຈິດໃຈເປັນແບບຢ່າງຂອງຖັນແຖວພະນັກງານທຸກຂັ້ນ; ຜູ້ບັນຊາການ ແລະອົງການຂັ້ນເທິງເປັນແບບຢ່າງໃຫ້ແກ່ອົງການຂັ້ນລຸ່ມປະຕິບັດຕາມ. ເພີ່ມທະວີວຽກງານສຶກສາອົບຮົມການເມືອງ, ແນວຄິດ, ສ້າງບາດກ້າວພັດທະນາໃໝ່ ກ່ຽວກັບການປະຕິບັດລະບຽບການ, ກໍ່ສ້າງລະບຽບແບບແຜນ, ຄຸ້ມຄອງລະບຽບວິໄນ, ກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”.
ໂດຍ: ໄຊຊະນະ