leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງັຍ ກ່າວຄໍາເຫັນຊີ້ນໍາທີ່ພິທີ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງັຍ ແລະຜູ້ແທນ ກວດລະບຽບຮູບແຖວ. ພາບ: qdnd.vn
leftcenterrightdel
ກົມກອງ ກວດລະບຽບຮູບແຖວ ຜ່ານຜາມໄຊ. ພາບ: qdnd.vn

ກ່າວຄໍາເຫັນຊີ້ນໍາທີ່ພິທີ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ຍ້ອງຍໍຊົມເຊີຍໝາກຜົນອັນພົ້ນເດັ່ນຂອງກອງພົນທີ 5 ໃນວຽກງານທຸກດ້ານໃນໄລຍະຜ່ານມາ; ພ້ອມທັງເນັ້ນໜັກວ່າ ຄະນະພັກ, ຄະນະບັນຊາ ແລະພະນັກງານ, ນັກຮົບກອງພົນທີ 5 ສືບຕໍ່ຊາບຊຶມອັນເລິກເຊິ່ງທັດສະນະ, ແນວທາງການທະຫານ, ການປ້ອງກັນຊາດຂອງພັກ ແລະບັນດາມະຕິ, ຄໍາສັ່ງ, ຂໍ້ສະຫຼຸບຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກ, ກອງບັນຊາການທະຫານເຂດ 7 ກ່ຽວກັບວຽກງານອົບຮົມ-ຫັດແອບ; ຈັດຕັ້ງການອົບຮົມ-ຫັດແອບຢ່າງໜັກແໜ້ນ, ຖືກກັບທິດນໍາ, ທັດສະນະ, ຖືການປະຕິບັດຕົວຈິງເປັນຫຼັກ; ອົບຮົມຫັດແອບໃກ້ຊິດກັບເປົ້າໝາຍສູ້ຮົບ, ການຕໍ່ສູ້ຕົວຈິງ, ສອດຄ່ອງກັບອາວຸດ, ອຸປະກອນເຕັກນິກທີ່ໄດ້ບັນຈຸ, ຍູ້ແຮງການນໍາໃຊ້ເຕັກໂນໂລຊີ; ຈັດຕັ້ງການຝຶກຊ້ອມ, ອົບຮົມ-ຫັດແອບ, ງານແຂ່ງຂັນຢ່າງໜັກແໜ້ນ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ມີປະສິດທິຜົນຢ່າງແທດຈິງ.

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງັຍ ແລະຜູ້ແທນຢ້ຽມຊົມເຂດວາງສະແດງອຸປະກອນການອົບຮົມ-ຫັດແອບຂອງກອງພົນທີ 5, ທະຫານເຂດ 7. ພາບ: qdnd.vn

ທ່ານພົນເອກ ຫງວຽນຈ້ອງເຫງັຍ ຮຽກຮ້ອງໃຫ້ກອງພົນທີ 5 ສືບຕໍ່ດໍາເນີນບັນດາການເຄື່ອນໄຫວວຽກງານພັກ, ວຽກງານການເມືອງເປັນຢ່າງດີ; ເພີ່ມທະວີມາດຕະການສຶກສາອົບຮົມ, ຄຸ້ມຄອງ, ແກ້ໄຂບັນຫາແນວຄິດ, ຍົກສູງສະຕິຕື່ນຕົວປະຕິບັດຕາມກົດໝາຍ, ລະບຽບວິໄນໃຫ້ແກ່ທະຫານ.

* ສືບຕໍ່ລາຍການເຮັດວຽກຢູ່ແຂວງໄຕນິງ, ໃນວັນດຽວກັນ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ໄດ້ໄປຢ້ຽມຢາມ, ອວຍພອນກອງບັນຊາການທະຫານຊາຍແດນແຂວງໄຕນິງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອທະຫານຊາຍແດນ ຄົບຮອບ 67 ປີ (3-3-1959 / 3-3-2026) ແລະວັນປ້ອງກັນຊາຍແດນທົ່ວປວງຊົນ ຄົບຮອບ 37 ປີ (3-3-1989 / 3-3-2026).

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງັຍ ກ່າວຄໍາເຫັນໃຫ້ກໍາລັງໃຈກອງບັນຊາການທະຫານຊາຍແດນແຂວງໄຕນິງ. ພາບ: qdnd.vn

ຮັບຮູ້, ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ພະນັກງານ, ນັກຮົບທະຫານຊາຍແດນແຂວງໄຕນິງ ສູ້ຊົນບັນລຸໄດ້ໃນໄລຍະຜ່ານມາ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ທົ່ວກົມກອງ ສືບຕໍ່ຊາບຊຶມອັນເລິກເຊິ່ງບັນດາມະຕິ, ຄໍາສັ່ງຂອງຄະນະພັກ, ຄະນະບັນຊາຂັ້ນເທິງ, ເປັນເຈົ້າການກໍາແໜ້ນສະພາບການ ແລະເປັນເສນາທິການ, ແກ້ໄຂບັນດາບັນຫາ, ສະຖານະການຢ່າງມີປະສິດທິຜົນ; ຕັດສິນໃຈປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນຢ່າງມີໄຊ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ພ້ອມທັງຕັ້ງໜ້າເຂົ້າຮ່ວມການຊ່ວຍເຫຼືອປະຊາຊົນ, ປະກອບສ່ວນກໍ່ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ...

* ໃນຖານະເປັນຫົວໜ້າຄະນະຕິດຕາມກວດກາທີ 19 ຂອງກົມການເມືອງ, ຄະນະເລຂາທິການ, ຕອນເຊົ້າວັນທີ 2 ມີນາ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ໄດ້ເປັນປະທານກອງປະຊຸມປະກາດຂໍ້ຕົກລົງຕິດຕາມກວດກາ ປີ 2026 ສໍາລັບຄະນະປະຈໍາພັກແຂວງໄຕນິງ.

ທ່ານພົນເອກ ຫງວຽນຈ້ອງເຫງັຍ ຮຽກຮ້ອງໃຫ້ຄະນະປະຈໍາພັກແຂວງໄຕນິງ ແລະບັນດາສະມາຊິກໃນຄະນະຕິດຕາມກວດກາ ທີ 19 ປະຕິບັດໜ້າທີ່ໄດ້ຮັບການມອບໝາຍຢ່າງເຂັ້ມງວດ, ປະຕິບັດຕາມຫຼັກການ, ຂັ້ນຕອນ, ລະບຽບການໃຫ້ຖືກຕາມຂໍ້ກໍານົດຂອງພັກຢ່າງໜັກແໜ້ນ. ໃນການຕິດຕາມກວດກາ ຕ້ອງຮັບປະກັນລັກສະນະພາວະວິໄສ, ຖືກຕ້ອງ, ຍຸຕິທໍາ ແລະທັນການ, ບໍ່ສົ່ງຜົນກະທົບເຖິງການປະຕິບັດໜ້າທີ່ຂອງທ້ອງຖິ່ນ.

* ເນື່ອງໃນໂອກາດນີ້, ທ່ານພົນເອກ ຫງວຽນຈ້ອງເຫງັຍ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງທີ່ຕາແສງລອງອານ, ແຂວງໄຕນິງ ໂດຍຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງໄຕນິງ ເປັນປະທານຈັດຕັ້ງ ເພື່ອຂົນຂວາຍການເລືອກຕັ້ງສໍາລັບຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XVI ທີ່ຫົວໜ່ວຍເລືອກຕັ້ງ ທີ 3 - ແຂວງໄຕນິງ, ຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍການເລືອກຕັ້ງ.

ໂດຍ: ໄຊຊະນະ