ຄະນະປະຕິບັດງານ ໄດ້ດຳເນີນການກວດກາຢູ່ກອງບັນຊາການທະຫານຊາຍແດນນະຄອນ ແລະບັນດາຄ້າຍທະຫານຊາຍແດນ, ປ້ອມຄວບຄຸມຊາຍແດນ. ໃນນັ້ນ ຄະນະ ໄດ້ສຸມໃສ່ກວດກາວຽກງານຊາບຊຶມ, ຜັນຂະຫຍາຍຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ແຜນການ, ຄໍາແນະນໍາຂອງຂັ້ນເທິງກ່ຽວກັບການເພີ່ມທະວີໜ້າທີ່ຕໍ່ສູ້ຕ້ານການຂຸດຄົ້ນ IUU; ວຽກງານແກ້ໄຂການລະເມີດ IUU; ການຄຸ້ມຄອງ, ກວດກາ ແລະຄວບຄຸມເຮືອຫາປາທີ່ເຂົ້າ ແລະອອກທ່າເຮືອ; ການຄຸ້ມຄອງເຮືອຫາປາທີ່ບໍ່ຕອບສະໜອງເງື່ອນໄຂເຄື່ອນໄຫວ...

leftcenterrightdel
ຄະນະປະຕິບັດງານ ລົງກວດກາຕົວຈິງທີ່ກົມກອງ. ພາບ: qdnd.vn

ຜ່ານການກວດກາຕົວຈິງ, ຄະນະປະຕິບັດງານ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍໝາກຜົນຂອງການປະຕິບັດວຽກງານຕ້ານການຂຸດຄົ້ນ IUU ຂອງທະຫານຊາຍແດນນະຄອນ ໃນໄລຍະຜ່ານມາ. ຄະນະປະຕິບັດງານ ໄດ້ຮຽກຮ້ອງໃຫ້ກົມກອງສືບຕໍ່ຊາບຊຶມ, ປະຕິບັດບັນດາຄຳສັ່ງ, ມະຕິ, ແຜນການ ແລະເອກະສານກ່ຽວກັບການຕ້ານການຂຸດຄົ້ນ IUU ຂອງຂັ້ນເທິງຢ່າງເຂັ້ມງວດ. ເປັນເຈົ້າການປັບປຸງ, ຈັດວາງ, ນຳໃຊ້ກຳລັງ, ພາຫະນະເພີ່ມທະວີການລາດຕະເວນ, ກວດກາ, ຄວບຄຸມ, ຄຸ້ມຄອງເຮືອຫາປາທີ່ເຂົ້າ ແລະອອກທ່າເຮືອ, ພິເສດຢູ່ທີ່ເກາະ, ປາກແມ່ນ້ຳ, ເຂດຊາຍຝັ່ງທະເລ.

ນອກນີ້, ຄະນະປະຕິບັດງານ ຍັງໄດ້ຮຽກຮ້ອງໃຫ້ກົມກອງຄຸ້ມຄອງ, ຂຸດຄົ້ນ, ນຳໃຊ້ຊອບແວຢ່າງມີປະສິດທິຜົນ, ຍູ້ແຮງວຽກງານແກ້ໄຂການລະເມີດຖືກຕາມກົດໝາຍ; ເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຕິດຕາມກວດກາ, ຄຸ້ມຄອງ, ຄວບຄຸມກອງເຮືອຫາປາຂອງທ້ອງຖິ່ນຕົນເອງ ແລະເຮືອຫາປາຂອງທ້ອງຖິ່ນອື່ນໆ ທີ່ເຄື່ອນໄຫວໃນບໍລິເວນຢ່າງແໜ້ນແຟ້ນ. ກົມກອງເປັນເຈົ້າການສົມທົບກັນປະຕິບັດໜ້າທີ່ກວດກາ, ຄວບຄຸມເຮືອຫາປາທີ່ເຂົ້າ ແລະອອກຈາກທ່າເຮືອເປັນຢ່າງດີ, ເດັດດ່ຽວແກ້ໄຂກໍລະນີທີ່ລະເມີດ ຖືກຕາມພາລະບົດບາດ, ໜ້າທີ່, ສິດອຳນາດຂອງທະຫານຊາຍແດນ.

ໂດຍ: ຈາງຫງວຽນ