ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ເວືອງວັນຖັ໊ງ ປະທານຄະນະກໍາມະການປະຊາຊົນຕາແສງ ບານມ໊າຍ. ຝ່າຍຈີນ ນໍາໂດຍທ່ານ Ye Yang Fei, ຮອງຫົວໜ້າປ້ອມກວດກາຊາຍແດນເຂົ້າ-ອອກເມືອງ Ma Guan.

leftcenterrightdel
ຄະນະຜູ້ແທນສອງຝ່າຍມອບຂອງຂວັນ, ອວຍພອນເຕັດປີ 2026 ຢູ່ຫຼັກໝາຍຊາຍແດນ 219 ຫວຽດນາມ-ຈີນ. ພາບ: qdnd.vn

ທີ່ການພົບປະ, ການນໍາສອງຝ່າຍໄດ້ອວຍພອນປີໃໝ່; ຢືນຢັນການພົວພັນມິດຕະພາບຫວຽດນາມ-ຈີນ ສືບຕໍ່ໄດ້ຮັບການປັບປຸງ, ພັດທະນາ; ປະຕິບັດຕາມທິດນໍາ “16 ຄໍາ”, ຈິດໃຈ “4 ດີ” ຢ່າງມີປະສິດທິຜົນ. ສອງຝ່າຍຕີລາຄາວ່າ ໃນປີ 2025 ໄດ້ຮັກສາກົນໄກ , ການລາດຕະເວນຮ່ວມ, ແລກປ່ຽນຂໍ້ມູນຂ່າວສານເປັນຢ່າງດີ; ສົມທົບກັນຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຊາຍແດນ; ຕັ້ງໜ້າຕ້ານ ແລະສະກັດກັ້ນອາດຊະຍາກໍາ, ເຂົ້າ-ອອກເມືອງຜິດກົດໝາຍ, ການຄ້າເຖື່ອນ ແລະການລະເມີດກົດໝາຍຕ່າງໆ.

leftcenterrightdel
ຄະນະຜູ້ແທນສອງຝ່າຍມອບຂອງຂວັນ, ອວຍພອນບຸນປີໃໝ່ປະຈໍາຊາດ ປີມະເມຍ 2026 ຢູ່ຫຼັກໝາຍຊາຍແດນ 219 ຫວຽດນາມ-ຈີນ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການສົມທົບ; ຮັກສາກົນໄກເຈລະຈາ, ໂທລະສັບສາຍດ່ວນຢ່າງເຂັ້ມງວດ; ຍູ້ແຮງການລາດຕະເວນຮ່ວມ, ພົບປະແລກປ່ຽນມິດຕະພາບ, ແຮກສ່ຽວ; ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.

ທີ່ການພົບປະ, ອວຍພອນບຸນເຕັດ ຕົ້ນລະດູບານໃໝ່ ແມ່ນການເຄື່ອນໄຫວແທດຈິງ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ; ຍົກສູງການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຢ່າງມີປະສິດທິຜົນ. ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເຂດຊາຍແດນ.

ໂດຍ: ໄຊນີດາ