leftcenterrightdel
ທ່ານພົນໂທ ຟຸ່ງສີເຕີ໊ນ ແຂ່ງຂັນກິລາປະເພດດຶງເຊືອກກັບພະນັກງານ, ນັກຮົບກອງພັນ 93. ພາບ: qdnd.vn

leftcenterrightdel
ທ່ານພົນໂທ ຟຸ່ງສີເຕີ໊ນ ກວດກາສະຖານະການກຽມພ້ອມສູ້ຮົບຂອງກອງພັນ 93. ພາບ: qdnd.vn

leftcenterrightdel
ທ່ານພົນໂທ ຟຸ່ງສີເຕີ໊ນ ຖ່າຍຮູບເປັນທີ່ລະນຶກກັບພະນັກງານ, ນັກຮົບກອງພັນ 93. ພາບ: qdnd.vn

leftcenterrightdel
ທ່ານພົນໂທ ຟຸ່ງສີເຕີ໊ນ ກວດກາໜ່ວຍປະຈໍາການສູ້ຮົບຂອງກອງພັນໃຫຍ່ 293. ພາບ: qdnd.vn

ໃນໂອກາດບຸນປີໃໝ່ປະຈໍາຊາດປີມະເມຍ, ບັນດາກົມກອງໄດ້ຮັກສາລະບຽບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຄຸນນະພາບການກໍ່ສ້າງລະບຽບແບບແຜນ ແລະການຄຸ້ມຄອງລະບຽບວິໄນມີການຫັນປ່ຽນຢ່າງຕັ້ງໜ້າ; ວຽກງານພະລາທິການ, ເຕັກນິກໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ເປັນຢ່າງດີ. ສໍາລັບໜ້າທີ່ປະຈໍາການກຽມພ້ອມສູ້ຮົບກ່ອນ, ໃນ ແລະຫຼັງບຸນປີໃໝ່ປະຈໍາຊາດ, ບັນດາອົງການ, ກົມກອງ ໄດ້ສ້າງ ແລະຜັນຂະຫຍາຍປະຕິບັດຄຳສັ່ງ, ແຜນການກຽມພ້ອມສູ້ຮົບ; ຈັດຕັ້ງການຝຶກແອບແຜນການກຽມພ້ອມສູ້ຮົບ ແລະຮັບປະກັນປະຈໍາການບັນຊາ, ປະຈໍາການເວນຍາມ ແລະປະຈໍາການກຽມພ້ອມສູ້ຮົບຕາມຂໍ້ກຳນົດ.

ສະຫຼຸບການກວດກາ, ທ່ານພົນໂທ ຟຸ່ງສີເຕີ໊ນ ໄດ້ຍ້ອງຍໍຊົມເຊີຍພະນັກງານ, ນັກຮົບບັນດາກົມກອງ ທີ່ໄດ້ຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍປະຕິບັດໜ້າທີ່ກຽມພ້ອມສູ້ຮົບຢ່າງເຂັ້ມງວດ ແລະມີປະສິດທິພາບ ແລະການຈັດຕັ້ງບຸນປີໃໝ່ປະຈໍາຊາດ ປີມະເມຍ 2026. ທ່ານ ຮອງຫົວໜ້າກົມໃຫຍ່ເສນາທິການ ໄດ້ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ ຕ້ອງກໍາແໜ້ນສະພາບການ, ຄຸ້ມຄອງນ່ານຟ້າຢ່າງໜັກແໜ້ນ; ຮັບປະກັນວຽກງານປ້ອງກັນການເມືອງພາຍໃນເປັນຢ່າງດີ. ຮັກສາລະບອບປະຈຳວັນ, ປະຈຳອາທິດຢ່າງເຂັ້ມງວດ, ຄຸ້ມຄອງຈໍານວນພົນ, ລະບຽບວິໄນຢ່າງໜັກແໜ້ນ; ປະຕິບັດຂໍ້ກໍານົດກ່ຽວກັບຄວາມປອດໄພໃນການຈະລາຈອນຢ່າງເຂັ້ມງວດ.

ໃນໂອກາດຕົ້ນບຸນປີໃໝ່ ປີມະເມຍ 2026, ທ່ານພົນໂທ ຟຸ່ງສີເຕີ໊ນ ໄດ້ມອບຂອງຂວັນ, ອວຍພອນໃຫ້ພະນັກງານ, ນັກຮົບກອງພັນ 93 ແລະກອງພັນໃຫຍ່ 293 ທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ, ໂຊກດີ, ປະສົບຜົນສຳເລັດ ແລະມີຄວາມສຸກ; ສາມັກຄີ, ເປັນເອກະພາບປະຕິບັດໜ້າທີ່ ໃນປີ 2026 ຢ່າງມີໄຊ. 

ໂດຍ: ກວຽດເຕິມ