ຍູ້ແຮງການຄົ້ນຄວ້າ, ພັດທະນາວິທະຍາສາດ ແລະເຕັກໂນໂລຊີການທະຫານທີ່ທັນສະໄໝ
ກປ.ອອນໄລ - ຕອນບ່າຍວັນທີ 12 ກຸມພາ, ກົມວິທະຍາສາດການທະຫານ, ກະຊວງປ້ອງກັນປະເທດ ໄດ້ມີການເຮັດວຽກກັບສະຖາບັນວິທະຍາສາດ ແລະເຕັກໂນໂລຊີການທະຫານ, ກົມໃຫຍ່ເສນາທິການ ກ່ຽວກັບໝາກຜົນວຽກງານວິທະຍາສາດການທະຫານ ປີ 2025 ແລະທິດທາງ, ໜ້າທີ່ປີ 2026.
ຕາມນັ້ນແລ້ວ, ປີ 2025, ສະຖາບັນວິທະຍາສາດ ແລະເຕັກໂນໂລຊີການທະຫານ ໄດ້ເປັນເຈົ້າການຄົ້ນຄວ້າ, ນຳໃຊ້ຫົວຂໍ້ວິທະຍາສາດ ແລະເຕັກໂນໂລຊີ, ຂໍ້ລິເລີ່ມ, ການດັດແປງເຕັກນິກທີ່ມີປະສິດທິຜົນ ແລະມີຄຸນຄ່າຫຼາຍຢ່າງ; ການຜະລິດ, ປະດິດສ້າງສໍາເລັດຜະລິດຕະພັນປ້ອງກັນຊາດ, ຜະລິດຕະພັນພົນລະເຮືອນທີ່ມີຄຸນນະພາບສູງ ແລະອາວຸດໃໝ່ຫຼາຍຢ່າງທີ່ມີການສູ້ຮົບ-ເຕັກນິກສູງ, ເໝາະສົມກັບຄວາມຕ້ອງການການສູ້ຮົບທີ່ທັນສະໄໝຂອງກອງທັບ.
    |
 |
|
ການນໍາກົມວິທະຍາສາດການທະຫານ ມອບຂອງຂວັນທີ່ລະນຶກໃຫ້ສະຖາບັນວິທະຍາສາດ ແລະເຕັກໂນໂລຊີການທະຫານ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ສະຖາບັນ ຈະສືບຕໍ່ຊາບຊຶມ, ປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຈຸດສຸມແມ່ນມະຕິເລກທີ 57-NQ/TW ຂອງກົມການເມືອງ, ມະຕິເລກທີ 3488-NQ/QUTW ຂອງຄະນະພັກການທະຫານສູນກາງ ກ່ຽວກັບການບຸກທະລຸໃນການພັດທະນາວິທະຍາສາດ ແລະເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນໃນກອງທັບ. ສຸມໃສ່ການຄົ້ນຄວ້າເຕັກໂນໂລຊີພື້ນຖານ, ເຕັກໂນໂລຊີທີ່ຫຼັກແຫຼ່ງທີ່ຮັບໃຊ້ໂດຍກົງຕໍ່ການພັດທະນາອາວຸດ, ອຸປະກອນທີ່ມີຄວາມໝາຍຍຸດທະສາດ, ປັບປຸງ, ດັດແປງອາວຸດ, ອຸປະກອນເປັນທັນສະໄໝເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການກໍ່ສ້າງກອງທັບ. ເປັນເຈົ້າການຄົ້ນຄວ້າ, ນຳໃຊ້, ເປັນເຈົ້າຂອງເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝ ເຊັ່ນ: ເຕັກໂນໂລຊີນິວເຄຼຍ, ເຕັດໂນໂລຊີ quantum, ເຕັກໂນໂລຊີຊີວະພາບ… ໃນຂົງເຂດການທະຫານ.
ໂດຍ: ຈາງຫງວຽນ