ທະຫານເຮືອຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ MILAN 2026
ກປ.ອອນໄລ - ໃນລະຫວ່າງວັນທີ 15-25 ກຸມພາ, ຢູ່ນະຄອນທ່າກຳປັ່ນ Visakhapatnam, ລັດ Andhra Pradesh, ທາງທິດຕາເວັນອອກສ່ຽງໃຕ້ ອິນເດຍ ໄດ້ຈັດການຝຶກຊ້ອມການເດີນທະເລ MILAN 2026, ດ້ວຍການເຂົ້າຮ່ວມຂອງ 72 ປະເທດ, ພ້ອມກັບກຳປັ່ນສູ້ຮົບ 60 ລຳ.
ທະຫານເຮືອປະຊາຊົນຫວຽດນາມ ໄດ້ຈັດສົ່ງກຳປັ່ນເລກທີ 17 ຂຶ້ນກັບກອງພົນນ້ອຍ 171, ທະຫານເຮືອເຂດ 2, ພ້ອມກັບຄະນະຜູ້ແທນເຂົ້າຮ່ວມຈັດການຝຶກຊ້ອມ MILAN 2026. ນີ້ແມ່ນຄັ້ງທີ 4 ທີ່ທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມເຫດການດັ່ງກ່າວ.
    |
 |
|
ທະຫານເຮືອຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ MILAN 2026. ພາບ: qdnd.vn |
ການຝຶກຊ້ອມການເດີນທະເລ MILAN 2026 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ກຸມພາ. ໃນຂອບເຂດການຝຶກຊ້ອມ MILAN 2026 ຈັດຂຶ້ນຢູ່ເຂດອ່າວ Bengal ໃນລະຫວ່າງວັນທີ 21-25 ກຸມພາ, ທະຫານເຮືອບັນດາປະເທດຈະສຸມໃສ່ເນື້ອໃນຝຶກຊ້ອມຍົກສູງ, ຄື: ຕ້ານກຳປັ່ນດຳນ້ຳ, ປ້ອງກັນອາກາດ, ການສູ້ຮົບເອເລັກໂຕນິກ, ການກູ້ໄພກູ້ຊີບດ້ວຍຈຸດສຸມແມ່ນ “ສົມທົບຫຼາຍຂົງເຂດ” ລະຫວ່າງກຳລັງໜ້ານ້ຳ, ໃຕ້ນ້ຳ ແລະທາງອາກາດ. ນອກຈາກນັ້ນ, ຍັງຈັດບັນດາກອງປະຊຸມສໍາມະນາການເດີນທະເລສາກົນ ແລະບັນດາການແລກປ່ຽນວິຊາສະເພາະເພື່ອແນໃສ່ສ້າງແຜນການ, ເຫັນດີເປັນເອກະພາບຂັ້ນຕອນ, ຍົກສູງຄວາມສາມາດສົມທົບກັນສູ້ຮົບ.
ໂດຍ: ຈາງຫງວຽນ