ການຮັກສາການເວນຍາມກຽມພ້ອມສູ້ຮົບຢ່າງເຂັ້ມງວດໃນໂອກາດບຸນປີໃໝ່ປະຈໍາຊາດ
ກປ.ອອນໄລ - ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະເມຍ 2026, ພະນັກງານ, ຄູຝຶກ, ພາລະກອນຂອງກຸ່ມເຄື່ອນທີ່ໝາວິຊາສະເພາະ ທີ 4, ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 24, ໄດ້ຍົກສູງຈິດໃຈຄວາມຮັບຜິດຊອບ, ຊາບຊຶມ ແລະປະຕິບັດບັນດາຄໍາສັ່ງຂອງຂັ້ນເທິງກ່ຽວກັບວຽກງາມກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນບຸນເຕັດຢ່າງແໜ້ນແຟ້ນ, ມີປະສິດທິຜົນ.
    |
 |
|
ກຸ່ມເຄື່ອນທີ່ໝາວິຊາສະເພາະ ທີ 4, ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 24 ປະຕິບັດວຽກງານກະກຽມການເວນຍາມເຄື່ອນທີ່ກຽມພ້ອມສູ້ຮົບ. ພາບ: qdnd.vn |
ພ້ອມກັບການຮັກສາວຽກງານກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ກຸ່ມເຄື່ອນທີ່ໝາວິຊາສະເພາະ ທີ 4 ໄດ້ຈັດຕັ້ງການເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍຫຼາຍຢ່າງເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ, ເຊັ່ນ: ການຈັດຕັ້ງການພົບປະແລກປ່ຽນວັດທະນະທໍາ, ສິລະປະ, ການແຂ່ງຂັນກາຍະກໍາກິລາ; ຈັດຕັ້ງການເຮັດເຂົ້າຕົ້ມ, ຕົກແຕ່ງຄ້າຍທະຫານ, ສ້າງບັນຍາກາດທີ່ອົບອຸ່ນ, ເປັນສາມັກຄີໃນບຸນເຕັດປະຈໍາຊາດຂອງປະເທດ.
    |
 |
|
ພະນັກງານ, ນັກຮົບກຸ່ມເຄື່ອນທີ່ໝາວິຊາສະເພາະ ທີ 4, ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 24 ເຮັດເຂົ້າຕົ້ມພ້ອມກັບປະຊາຊົນທ້ອງຖິ່ນ. ພາບ: qdnd.vn |
ດ້ວຍຈິດໃຈທີ່ເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະຄວາມຕັ້ງໃຈທາງການເມືອງທີ່ໜັກແໜ້ນ, ພະນັກງານ, ຄູຝຶກ, ພາລະກອນຂອງກຸ່ມເຄື່ອນທີ່ໝາວິຊາສະເພາະ ທີ 4 ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງກົມກອງ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ກຽມພ້ອມເຄື່ອນທີ່, ຕັດສິນທີ່ຈະເຮັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ, ປະກອບສ່ວນເຂົ້າໃນການສ້າງກົມກອງທີ່ເຂັ້ມແຂງ, ຮອບດ້ານ, "ເປັນແບບຢ່າງ ແລະພົ້ນເດັ່ນ".
ໂດຍ: ຈາງຫງວຽນ