ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນ, ໂດຍສະເພາະແມ່ນເສດຖະກິດ-ການຄ້າ; ປາດຖະໜາຢາກສອງປະເທດສືບຕໍ່ຮ່ວມມືບົນພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກວ່າອີກ...
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ຫວຽດຈູງ |
ທ່ານພົນເອກ ຟານວັນຢາງ ຖືວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຂົງເຂດຕ່າງໆ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການເຈລະຈາ-ທາບທາມ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ບໍາລຸງ-ກໍ່ສ້າງ, ຮັກສາສັນຕິພາບ ສປຊ, ການຮ່ວມມືເຫຼົ່າທັບ-ເຫຼົ່າຮົບ, ຊາຍແດນ, ຕໍາຫຼວດທະເລ, ອຸດສາຫະກໍາປ້ອງກັນຊາດ.
    |
 |
|
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: ຫວຽດຈູງ |
ທ່ານພົນເອກ ຟານວັນຢາງ ສະເໜີ ໃນໄລຍະຈະມາເຖິງສອງຝ່າຍສືບຕໍ່ຊຸກຍູ້ຂົງເຂດຮ່ວມມືບົນພື້ນຖານຂໍ້ຕົກລົງທີ່ໄດ້ລົງນາມສະບັບຕ່າງໆ, ເຫັນດີເປັນເອກະພາບລະຫວ່າງການນໍາກະຊວງປ້ອງກັນປະເທດສອງປະເທດ. ກະຊວງປ້ອງກັນປະເທດຫວຽດນາມ ສືບຕໍ່ຖືເປັນສໍາຄັນ ແລະໃຫ້ບຸລິມະສິດການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ປາດຖະໜາຢາກ ອາເມລິກາ ສືບຕໍ່ປະຕິບັດຂໍ້ຕົກລົງໜູນຊ່ວຍ ຫວຽດນາມ ໃນຂົງເຂດນີ້ໃຫ້ປະກົດຜົນເປັນຈິງ, ໃນນັ້ນມີການຊ່ວຍເຫຼືອເພີ່ມ 130 ລ້ານໂດລາສະຫະລັດ ໃຫ້ໂຄງການບໍາບັດມົນລະພິດດິໂອຊິນ ຢູ່ສະໜາມບິນບຽນຮວ່າ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະຜູ້ຊ່ວຍລັດຖະມົນຕີການຕ່າງປະເທດອາເມລິກາ ພ້ອມຜູ້ແທນສອງຄະນະ. ພາບ: ຫວຽດຈູງ |
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສ້າງເງື່ອນໄຂສະດວກທີ່ສຸດທຸກຢ່າງໃຫ້ການເຄື່ອນໄຫວຊອກຫາທະຫານຜ່ານເສິກອາເມລິກາ ຫາຍສາບສູນໃນປາງສົງຄາມ (MIA), ພ້ອມທັງ ປາດຖະໜາຢາກອາເມລິກາ ເພີ່ມການແບ່ງປັນຂໍ້ມູນຂ່າວສານ, ເອກະສານ, ວັດຖຸທີ່ລະນຶກທີ່ກ່ຽວຂ້ອງເຖິງທະຫານຫວຽດນາມ ຖືກເສຍສະຫຼະຊີວິດ, ຫາຍສາບສູນ, ຫາຍຂ່າວໃນປາງສົງຄາມ.
ທ່ານພົນເອກ ຟານວັນຢາງ ສະແດງຄວາມປາດຖະໜາຢາກທ່ານ Michael George DeSombre ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດອາເມລິກາ ໃນຖານະຕໍາແໜ່ງສໍາຄັນຂອງຕົນ ຈະສືບຕໍ່ສະໜັບສະໜູນການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ.
ທີ່ການຕ້ອນຮັບ, ທ່ານ Michael George DeSombre ຂອບໃຈທ່ານພົນເອກ ຟານວັນຢາງ ໄດ້ສະຫຼະເວລາຕ້ອນຮັບຄະນະ; ຊົມເຊີຍ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີມະເມຍ.
ທ່ານ Michael George DeSombre ສະແດງຄວາມປິຕິຊົມຊື່ນເມື່ອເຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ດີງາມເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງລະຫວ່າງຫວຽດນາມ ແລະອາເມລິກາ, ໃນນັ້ນມີການຮ່ວມມືໃນຂົງເຂດປ້ອງກັນຊາດ; ຢືນຢັນກະຊວງການຕ່າງປະເທດອາເມລິກາ ສະໜັບສະໜູນຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ກໍານົດຊື່ ແລະນາມສະກຸນ ທະຫານຖືກຫາຍຂ່າວ, ຫາຍສາບສູນໃນປາງສົງຄາມ.
ໂດຍ: ໄຊນີດາ