ເຫດການ ໂດຍ ທະຫານເຮືອອິນເດຍ ຈັດຕັ້ງ, ເຕົ້າໂຮມກໍາລັງທະຫານເຮືອຂອງຫຼາຍປະເທດ, ກາຍເປັນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດ-ທະຫານເຮືອຂະໜາດໃຫຍ່ ແລະປະກອບສ່ວນເພີ່ມທະວີການຮ່ວມມື, ສ້າງຄວາມເຊື່ອໝັ້ນໃນທະເລ.
    |
 |
|
ຮູບແຖວກໍາປັ່ນທະຫານເຮືອບັນດາປະເທດ ເກືອບ 100 ລໍາ ເຂົ້າຮ່ວມພິທີສວນສະໜາມກໍາປັ່ນ ຢູ່ເຂດທະເລນອກຝັ່ງ Visakhapatnam. ພາບ: qdnd.vn |
ຈຸດພົ້ນເດັ່ນຂອງພິທີ ແມ່ນເລື່ອງ ທ່ານນາງ Droupadi Murmu ປະທານາທິບໍດີ ອິນເດຍ, ຜູ້ບັນຊາການສູງສຸດບັນດາກໍາລັງປະກອບອາວຸດ, ປະຕິບັດພິທີກວດຮູບແຖວກອງເຮືອ ທີ່ເຕົ້າໂຮມຢູ່ເຂດຈອດເຮືອນອກຝັ່ງ.
    |
 |
|
ທ່ານນາງ Droupadi Murmu ປະທານາທິບໍດີ ອິນເດຍ, ຜູ້ບັນຊາການສູງສຸດບັນດາກໍາລັງປະກອບອາວຸດ, ປະຕິບັດພິທີກວດຮູບແຖວກອງເຮືອ. ພາບ: qdnd.vn |
ໃນພື້ນທີ່ທະເລອັນກວ້າງໃຫຍ່ຂອງອ່າວ Bengal, ກໍາປັ່ນສູ້ຮົບ, ກໍາປັ່ນໜູນຊ່ວຍ ແລະພາຫະນະທະຫານເຮືອຂອງອິນເດຍ ພ້ອມກັບບັນດາປະເທດມິດຕະພາບ ເກືອບ 100 ລໍາ ໄດ້ຈັດເປັນຮູບແຖວຢ່າງເຄັ່ງຂຶມ.
ພ້ອມກັບຮູບແຖວກໍາປັ່ນຈອດ, ພິທິສວນສະໜາມຍັງມີລາຍການ “steam past” - ບັນດາກອງກໍາປັ່ນສູ້ຮົບ ແລະກໍາປັ່ນດໍານໍ້າເຄື່ອນທີ່ເດີນຂະບວນໃນທະເລ; ການບິນສະແດງຂອງເຮືອບິນທະຫານເຮືອ; ເດີນຂະບວນເຮືອສະເພົາ; ສະແດງການຊອກຫາກູ້ໄພ ດ້ວຍເຮລີກອບເຕີ; ບັນດາລາຍການສະແດງຂອງກໍາລັງພິເສດທະຫານເຮືອສູ້ຮົບເທິງບົກ. ບັນດາການເຄື່ອນໄຫວນີ້ວາດພາບຢ່າງຄົບຖ້ວນກໍາລັງຄວາມສາມາດສູ້ຮົບ, ກູ້ໄພ ແລະປະສານສົມທົບຫຼາຍກໍາລັງຂອງທະຫານເຮືອທີ່ທັນສະໄໝ.
    |
 |
|
ກໍາປັ່ນ 17 ຂອງທະຫານເຮືອປະຊາຊົນຫວຽດນາມ ປະຕິບັດພິທີເຄົາລົບສວນສະໜາມ. ພາບ: qdnd.vn |
ໃນຮູບແຖວສວນສະໜາມສາກົນ, ກໍາປັ່ນ 17 ທະຫານເຮືອປະຊາຊົນຫວຽດນາມ ຈອດຢູ່ຖັນທີ 3, ປະຕິບັດພິທີເຄົາລົບປະທານາທິບໍດີ ອິນເດຍ ຕາມຄໍາສັ່ງ. ຮູບພາບທຸງຊາດຫວຽດນາມ ປິວສະບັດຢູ່ກາງຮູບແຖວທະຫານເຮືອນນາໆຊາດ ໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງ, ສະແດງໃຫ້ເຫັນຄຸນທາດການມີລະບຽບແບບແຜນ, ເປັນມືອາຊີບ ແລະຄວາມຮັບຜິດຊອບຂອງ ພະນັກງານ, ນັກຮົບທະຫານເຮືອປະຊາຊົນຫວຽດນາມ ເມື່ອເຂົ້າຮ່ວມການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຫຼາຍຝ່າຍ. ການເຂົ້າຮ່ວມຂອງກໍາປັ່ນ 17 ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຢັ້ງຢືນບົດບາດເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ ໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງໃນການເດີນທະເລຢູ່ພາກພື້ນ.
    |
 |
|
ກໍາປັ່ນທະຫານເຮືອບັນດາປະເທດ ເຂົ້າຮ່ວມພິທີສວນສະໜາມກໍາປັ່ນ. ພາບ: qdnd.vn |
ຕາມທະຫານເຮືອອິນເດຍ, ການສວນສະໜາມກອງເຮືອສາກົນ ເປັນພິທີທາງການທະຫານພິເສດ ແນໃສ່ສະແດງໃຫ້ເຫັນກໍາລັງແຮງທາງທະເລ, ຄວາມສາມາດຈັດຕັ້ງ ແລະຈິດໃຈຮ່ວມມືສາກົນ. ປີນີ້, ເຫດການດັ່ງກ່າວ ໄດ້ຈັດຕັ້ງໄປຄຽງຄູ່ກັບການຊ້ອມຮົບທະຫານເຮືອຫຼາຍຝ່າຍ MILAN ພ້ອມດ້ວຍການເຄື່ອນໄຫວພົບປະແລກປ່ຽນ, ກອງປະຊຸມສໍາມະນາ ແລະການຮ່ວມມືທະຫານເຮືອ, ປະກອບສ່ວນຍົກສູງຄວາມສາມາດສົມທົບກັນຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ຊອກຫາກູ້ໄພ ແລະຮັບປະກັນຄວາມປອດໄພໃນການເດີນທະເລ.
    |
 |
|
ບັນດາກອງກໍາປັ່ນເຄື່ອນທີ່ “steam past”. ພາບ: qdnd.vn |
ພິທີສວນສະໜາມກໍາປັ່ນ ບໍ່ພຽງແຕ່ສະແດງໃຫ້ເຫັນກໍາລັງແຮງຂອງທະຫານເຮືອ ທີ່ທັນສະໄໝ ເທົ່ານັ້ນ ຫາກຍັງສືບສານກ່ຽວກັບສັນຕິພາບ, ການຮ່ວມມື ແລະສິດເສລີໃນການເດີນທະເລ. ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງທະຫານເຮືອປະຊາຊົນຫວຽດນາມ ສືບຕໍ່ແຜ່ຂະຫຍາຍຮູບພາບປະເທດທີ່ຮັກຫອມສັນຕິພາບ, ພ້ອມທີ່ຈະຮ່ວມມື ເພື່ອສະຖຽນລະພາບ ແລະການພັດທະນາລວມຂອງພາກພື້ນ ແລະໃນໂລກ.
ໂດຍເ ໄຊຊະນະ