ກ່າວຄຳເຫັນທີ່ການກວດກາ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ຍ້ອງຍໍຊົມເຊີຍ ແລະ ຮັບຮູ້ຜົນງານດີເດັ່ນຂອງໂຮງຮຽນໃນປີ 2025, ເປັນຕົ້ນແມ່ນໃນໜ້າທີ່ຝຶກແອບການບິນ, ເຂົ້າຮ່ວມການບິນເພື່ອຮັບໃຊ້ບັນດາເຫດການໃຫຍ່ຂອງປະເທດ;  ການຈັດຕັ້ງການບິນ, ຍິງ, ຖິ້ມລະເບີດ, ລູກປືນແທ້ບັນລຸໝາກຜົນທີ່ດີ,  ຮັບປະກັນຄວາມປອດໄພຢ່າງເດັດຂາດ.

leftcenterrightdel
ທ່ານພົນເອກ ຫງວຽນເຕີນເກືອງ ກ່າວຄໍາເຫັນຊີ້ນໍາທີ່ການກວດກາ, ອວຍພອນບຸນເຕັດ. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ຮຽກຮ້ອງໃນໄລຍະຈະມາເຖິງ, ໂຮງຮຽນສືບຕໍ່ຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງ, ໃນນັ້ນໜ້າທີ່ບໍາລຸງສ້າງນັກບິນການທະຫານຕ້ອງ “ລະອຽດກວ່າ, ໜັກແໜ້ນກວ່າ, ເລິກເຊິ່ງກວ່າ”; ບໍ່ປະໝາດ, ປະຕິບັດຕາມລະບຽບການຈັດຕັ້ງຝຶກແອບການບິນຢ່າງເຂັ້ມງວດ ແລະຮັບປະກັນຄວາມປອດໄພໃນການບິນ. ພ້ອມທັງ, ເອົາໃຈໃສ່ເຖິງການບໍາລຸງສ້າງກຳລັງ UAV; ຈັດຕັ້ງການບິນໃນຕົ້ນປີໃໝ່ໄດ້ດີ; ເພີ່ມທະວີການສຶກສາອົບຮົມດ້ານການເມືອງ ແລະສ້າງຄວາມຕັດສິນໃຈໃຫ້ແກ່ນັກສໍາມະນາກອນ, ເປັນຕົ້ນແມ່ນນັກບິນການທະຫານ...

ໃນໂອກາດບຸນປີໃໝ່ປະຈໍາຊາດ, ທ່ານພົນເອກ ຫງວຽນເຕີນເກືອງ ຮຽກຮ້ອງໃຫ້ໂຮງຮຽນຊາບຊຶມໜ້າທີ່ກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຄຸ້ມຄອງຈໍານວນພົນ, ອາວຸດຍຸດໂທປະກອນຢ່າງແໜ້ນແຟ້ນ; ສຶກສາອົບຮົມທະຫານ, ນັກສໍາມະນາກອນປະຕິບັດຕາມກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ກໍ້ກໍານົດຂອງທ້ອງຖິ່ນຢ່າງເຂັ້ມງວດ; ແລະຈັດຕັ້ງບຸນເຕັດໃຫ້ແກ່ທະຫານຢ່າງເບີກບານມ່ວນຊື່ນ, ຮອບຄອບຖີ່ຖ້ວນ, ປອດໄພ.

leftcenterrightdel
ທ່ານພົນເອກ ຫງວຽນເຕີນເກືອງ ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ມອບຂອງຂວັນບຸນເຕັດໃຫ້ແກ່ໂຮງຮຽນ. ພາບ: qdnd.vn

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ, ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕີນເກືອງ ໄດ້ອວຍພອນປີໃໝ່ພະນັກງານ, ຄູອາຈານ, ນັກສໍາມະນາກອນ, ນັກຮົບໃນໂຮງຮຽນ; ພ້ອມທັງມອບຂອງຂວັນບຸນເຕັດ, ລະດົມກຳລັງໃຈໃຫ້ພະນັກງານ, ນັກຮົບ ສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ໂດຍ: ທູຈາງ