ກອງບັນຊາການທະຫານແຂວງໄຕນິງ ຮັດແໜ້ນນໍ້າໃຈມິດຕະພາບກັບບັນດາກົມກອງຂອງກອງທັບແຫ່ງລາຊະອານາຈັກ ກຳປູເຈຍ
ກປ.ອອນໄລ - ວັນທີ 8 ກຸມພາ, ກອງບັນຊາການທະຫານແຂວງໄຕນິງ ໄດ້ຈັດຕັ້ງການພົບປະມິດຕະພາບຕ້ອນຮັບປີໃໝ່ປະຈໍາຊາດ ປີເມຍ 2026 ແລະແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການເຄື່ອນໄຫວລະຫວ່າງກອງບັນຊາການທະຫານແຂວງໄຕນິງ ກັບບັນດາກົມກອງຂອງກອງທັບແຫ່ງລາຊະອານາຈັກ ກຳປູເຈຍ.
ການພົບປະເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງກອງບັນຊາການທະຫານແຂວງໄຕນິງ ກັບບັນດາກົມກອງຂອງກອງທັບແຫ່ງລາຊະອານາຈັກ ກຳປູເຈຍ; ຜ່ານນັ້ນປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ, ປະຕິບັດບັນດາເປົ້າໝາຍຮ່ວມຂອງສອງຝ່າຍຢ່າງມີໄຊ.
    |
 |
|
ທ່ານພັນເອກພິເສດ ຫງວຽນແທ່ັງເຕິມ ຜູ້ບັນຊາການກອງບັນຊາການທະຫານແຂວງໄຕນິງ ກ່າວຄໍາເຫັນ. ພາບ: qdnd.vn |
ກ່າວຄຳເຫັນທີ່ການພົບປະ, ທ່ານພັນເອກພິເສດ ຫງວຽນແທ່ັງເຕິມ, ຜູ້ບັນຊາການກອງບັນຊາການທະຫານແຂວງໄຕນິງ ຢືນຢັນວ່າ: ຫວຽດນາມ ແລະກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ມີມູນເຊື້ອປະຫວັດສາດມາແຕ່ດົນນານ, ມີເສັ້ນຊາຍແດນຮ່ວມ, ມີຄຸນຄ່າວັດທະນະທຳທີ່ຄ້າຍຄືກັນຫຼາຍຢ່າງ. ໃນຊຸມປີມໍ່ໆມານີ້, ສາຍພົວພັນຮ່ວມມືລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບແຫ່ງລາຊະອານາຈັກ ກຳປູເຈຍ, ພິເສດແມ່ນລະຫວ່າງກຳລັງປະກອບອາວຸດແຂວງໄຕນິງ ກັບບັນດາກົມກອງຂອງປະເທດເພື່ອນໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.
ສອງຝ່າຍຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ແລກປ່ຽນວັດທະນະທຳຢ່າງເປັນປະຈຳ; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຈັດຕັ້ງການລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ; ສົມທົບກັນໃນການຕ້ານ ແລະສະກັດກັ້ນອາດຊະຍາກຳຢູ່ເຂດຊາຍແດນ; ຮັບໃຊ້ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກໍາປູເຈຍ ຄັ້ງທີ 2 ຢ່າງມີປະສິດທິຜົນ…
    |
 |
|
ທ່ານພັນເອກພິເສດ ຫງວຽນແທ່ັງຟອງ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຕນິງ ມອບຂອງຂວັນອວຍພອນປີໃໝ່ໃຫ້ບັນດາກົມກອງຂອງປະເທດເພື່ອນ. ພາບ: qdnd.vn |
ທ່ານພັນເອກພິເສດ ຫງວຽນແທ່ັງເຕິມ ຕີລາຄາສູງການສົມທົບກັນ, ການໜູນຊ່ວຍທີ່ຕັ້ງໜ້າຂອງບັນດາກົມກອງໃນກອງທັບ ແຫ່ງລາຊະອານາຈັກ ກຳປູເຈຍ ໃນການຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ກຳປູເຈຍ.
ທ່ານພັນເອກພິເສດ ຫງວຽນແທ່ັງເຕິມ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການເອົາໃຈໃສ່, ການຊ່ວຍເຫຼືອຈາກບັນດາກົມກອງໃນກອງທັບ ແຫ່ງ ລາຊະອານາຈັກ ກຳປູເຈຍ ໃນຕະຫຼອດໄລຍະຜ່ານມາ, ພ້ອມທັງຢືນຢັນວ່າ ກອງບັນຊາການທະຫານແຂວງໄຕນິງ ຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງກໍາລັງ.
ໂດຍ: ທູຈາງ