ຢ້ຽມຢາມ ແລະອວຍພອນປີໃໝ່ຢູ່ບັນດາເກາະໃນເຂດພິເສດເຈື່ອງຊາ ແລະຮ້ານເວນຍາມ DK1
ກປ.ອອນໄລ - ວັນທີ 8 ກຸມພາ, ຄະນະປະຕິບັດງານ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປກວດກາວຽກງານກຽມພ້ອມສູ້ຮົບ, ຢ້ຽມຢາມ ແລະອວຍພອນປີໃໝ່ ຢູ່ບັນດາເກາະຂຶ້ນກັບເຂດພິເສດເຈື່ອງຊາ, ແຂວງແຄ໋ງຮ່ວາ ແລະຮ້ານເວນຍາມ DK1 ຢູ່ໄຫຼ່ທະວີບພາກໃຕ້ຂອງປະເທດຊາດ.
ທ່ານພົນເອກ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ສະແດງຄວາມເບີກບານມ່ວນຊື່ນຕໍ່ໜ້າການຫັນປ່ຽນທີ່ຕັ້ງໜ້າຢູ່ເຂດດ່ານໜ້າຂອງປະເທດຊາດ. ຄະນະປະຕິບັດງານ ໄດ້ຢ້ຽມຢາມຖາມຂ່າວສຸຂະພາບ ແລະການດໍາລົງຊີວິດຂອງພະນັກງານ, ນັກຮົບ ແລະປະຊາຊົນ; ຮັບຟັງຄວາມຄິດເຫັນ ແລະຄວາມມຸ່ງມາດປາດຖະໜາ, ແບ່ງປັນຄວາມຫຍຸ້ງຍາກ, ລະດົມກໍາລັງຈິດໃຈໃຫ້ບັນດາກຳລັງທີ່ພວມປະຕິບັດໜ້າທີ່ຢູ່ເຂດດ່ານໜ້າ.
    |
 |
|
ຄະນະປະຕິບັດງານ ເຂົ້າຮ່ວມພິທີເຄາົລົບທຸງ ແລະກວດແຖວຢູ່ເກາະເຈື່ອງຊາ. ພາບ: qdnd.vn |
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນ, ອວຍພອນປີໃໝ່ທະຫານ ແລະປະຊາຊົນຢູ່ເກາະເຈື່ອງຊາ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະປະຕິບັດງານ ຕີລາຄາສູງຕໍ່ຈິດໃຈເປັນເຈົ້າການ, ເພິ່ງຕົນເອງ, ກຸ້ມຕົນເອງ, ຜ່ານຜ່າຄວາມຫຍຸ້ງຍາກ, ມີຫົວຄິດປະດິດສ້າງຂອງພະນັກງານ, ນັກຮົບຢູ່ບັນດາເກາະ, ຮ້ານເວນຍາມ; ຢັ້ງຢືນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ພ້ອມກັບທະຫານ ແລະປະຊາຊົນທົ່ວປະເທດ ຝາກຄວາມໄວ້ເນື້ອເຊື່ອໃຈຕໍ່ກໍາລັງພວມປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນໃຫ້ບັນດາກຳລັງຢູ່ໃນເກາະ. ພາບ: qdnd.vn |
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ແລະທ່ານພົນໂທ ເຈືອງທຽນໂຕ ມອບຂອງຂວັນໃຫ້ບັນດາກໍາລັງ ແລະປະຊາຊົນຢູ່ໃນເກາະ. ພາບ: qdnd.vn |
ໄປກວດກາວຽກງານກຽມພ້ອມສູ້ຮົບ, ທ່ານພົນເອກ ຫງວຽນເຕີນເກືອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ຮຽກຮ້ອງໃຫ້ກຳລັງຮັກສາລະບອບການກຽມພ້ອມສູ້ຮົບ; ຝຶກແອບແຜນການຢ່າງຊໍານິຊໍານານ, ປະສານສົມທົບແກ້ໄຂທຸກກໍລະນີ; ຄຸ້ມຄອງນ່ານທະເລ ແລະນ່ານຟ້າຢູ່ເຂດພິເສດ, ໄຫຼ່ທະວີບພາກໃຕ້ຂອງປະເທດຢ່າງແໜ້ນແຟ້ນ. ພ້ອມທັງ, ບັນດາກົມກອງຕ້ອງເອົາໃຈໃສ່ຍົກສູງຄຸນນະພາບການຝຶກແອບ, ເປັນເຈົ້າການ ແລະນຳໃຊ້ອາວຸດຍຸດໂທປະກອນ ດ້ານເຕັກນິກຢ່າງຊໍານິຊໍານານ; ເພີ່ມທະວີລາດຕະເວນ, ເວັນຍາມ, ກໍາແໜ້ນສະພາບການ, ພົນເຫັນ ແລະແກ້ໄຂກໍລະນີທີ່ເກີດຂຶ້ນຢ່າງທັນການ.
    |
 |
|
ທ່ານພົນໂທ ເຈືອງທຽນໂຕ ມອບຂອງຂວັນພະນັກງານ, ນັກຮົບຢູ່ຮ້ານເວນຍາມ DK1/21. ພາບ: qdnd.vn |
    |
 |
|
ທ່ານພົນໂທ ເຈືອງທຽນໂຕ ມອບຂອງຂວັນພະນັກງານ, ນັກຮົບຢູ່ເກາະ ດ໋າລາດ. ພາບ: qdnd.vn |
ເນື່ອງໃນໂອກາດປີໃໝ່, ຄະນະປະຕິບັດງານຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ອວຍພອນໃຫ້ພະນັກງານ, ນັກຮົບ, ປະຊາຊົນຢູ່ບັນດາເກາະ, ຮ້ານເວນຍາມ ຕ້ອນຮັບປີໃໝ່ມີຄວາມອົບອຸ່ນ, ເບີກບານມ່ວນຊື່ນ, ມີຄວາມໝາຍ, ຮັດແໜ້ນສາຍພົວພັນລະຫວ່າງທະຫານ ກັບປະຊາຊົນ ແລະຮັກສາການກຽມພ້ອມສູ້ຮົບສູງ.
ໂດຍ: ທູຈາງ