ຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນມີທ່ານພັນເອກພິເສດ ຫງວຽນວັນກວາງ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການ ກອງບັນຊາການທະຫານແຂວງເຊີນລາ, ພ້ອມດ້ວຍການນໍາບັນດາຫ້ອງ, ພະແນກຂຶ້ນກັບກອງບັນຊາການທະຫານແຂວງເຊີນລາ.

ຕາງໜ້າຄະນະປະຕິບັດງານ, ທ່ານພັນເອກ ຄຳພຽງ ດວງໄຊເພັງ ໄດ້ອວຍພອນປີໃໝ່ໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະປະຊາຊົນແຂວງເຊີນລາ, ອວຍພອນປີໃໝ່ທີ່ຈະເລີນຮຸ່ງເຮືອງ, ສາມັກຄີ, ປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ຢ່າງມີໄຊ.

leftcenterrightdel
ກອງບັນຊາການທະຫານແຂວງຫົວພັນ ອວຍພອນປີໃໝ່ກອງບັນຊາການທະຫານແຂວງເຊີນລາ. ພາບ: qdnd.vn

ທ່ານພັນເອກ ຄຳພຽງ ດວງໄຊເພັງ ໄດ້ສະແດງຄວາມຂອບໃຈຕໍ່ກອງບັນຊາການທະຫານແຂວງເຊີນລາ ໄດ້ເອົາໃຈໃສ່ໜູນຊ່ວຍງົບປະມານ, ຈັດຕັ້ງບັນດາຊຸດຝຶກອົບຮົມການທະຫານ, ການກວດ, ປິ່ນປົວພະຍາດ, ມອບອຸປະກອນໃຫ້ແກ່ກອງບັນຊາການທະຫານແຂວງຫົວພັນ ໃນໄລຍະຜ່ານມາ.

ຕາງໜ້າພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງ, ທ່ານພັນເອກພິເສດ ຫງວຽນວັນກວາງ ໄດ້ສະແດງຄວາມຂອບໃຈຕໍ່ອາລົມຈິດຂອງກອງບັນຊາການທະຫານແຂວງຫົວພັນ ທີ່ສະຫງວນຄວາມຮັກແພງໃຫ້ກໍາລັງປະກອບອາວຸດແຂວງເຊີນລາ, ພິເສດແມ່ນການສົມທົບກັນຢ່າງມີປະສິດທິຜົນ ໃນການປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ,  ສົມທົບກັນຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ.

ພ້ອມທັງ, ສະແດງຄວາມຫວັງວ່າ ກອງບັນຊາການທະຫານສອງແຂວງ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນຂໍ້ມູນ, ບົດຮຽນໃນການກໍ່ສ້າງບໍລິເວນ, ຮັກສາຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ຈາງຫງວຽນ