ຄະນະຜູ້ແທນແຂວງ Kampong Chhnang (ກໍາປູເຈຍ) ຢ້ຽມຢາມ ແລະອວຍພອນປີໃໝ່ກອງບັນຊາການທະຫານເຂດ 9
ກປ.ອອນໄລ - ຕອນເຊົ້າວັນທີ 7 ກຸມພາ, ຢູ່ນະຄອນ ເກີ່ນເທີ, ຄະນະຜູ້ແທນນໍາໂດຍທ່ານ Chea Sokirth, ຮອງເຈົ້າແຂວງ Kampong Chhnang (ລາຊະອານາຈັກກຳປູເຈຍ) ໄດ້ມາເຂົ້າຢ້ຽມຂໍ່ານັບ, ຢ້ຽມຢາມ ແລະ ອວຍພອນປີໃໝ່ກອງບັນຊາການທະຫານເຂດ 9 ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2026.
ນະທີ່ນີ້, ທ່ານ Chea Sokirth, ຮອງເຈົ້າແຂວງ Kampong Chhnang ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບທີ່ສົມກຽດ, ຮອບຄອບຖີ່ຖ້ວນຈາກການນໍາທະຫານເຂດ 9 ຕໍ່ກັບຄະນະ. ພ້ອມທັງສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ກັບພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 9, ກໍ່ຄືບັນດານັກຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອປົກຮັກສາປະເທດກຳປູເຈຍ ຫຼຸດຜົ້ນອອກຈາກລະບອບດັບສູນເຊື້ອຊາດ. ທ່ານ Chea Sokirth ປາດຖະໜາວ່າ ນໍ້າໃຈສາມັກຄີມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ, ກໍາລັງປະກອບອາວຸດທະຫານເຂດ 9 ແລະແຂວງ Kampong Chhnang (ກຳປູເຈຍ) ຈະນັບມື້ນັບແໜ້ນແຟ້ນຂຶ້ນຕື່ມ. ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ທ່ານ Chea Sokirth ອວຍພອນໃຫ້ພະນັກງານ, ນັກກົບກໍາລັງປະກອບອາວຸດທະຫານເຂດ 9 ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດ.
    |
 |
|
ທ່ານ Chea Sokirth, ຮອງເຈົ້າແຂວງ Kampong Chhnang ກ່າວຄໍາເຫັນອວຍພອນບຸນເຕັດກອງບັນຊາການທະຫານເຂດ 9. ພາບ: qdnd.vn |
ຕາງໜ້າຄະນະພັກ, ກອງບັນຊາການທະຫານເຂດ 9, ທ່ານພົນຈັດຕະວາ ຫງວຽນມິງຈ່ຽວ, ຮອງຜູ້ບັນຊາການທະຫານເຂດ 9 ໄດ້ສະແດງຄວາມປິຕິຊົມຊື່ນ ແລະສົ່ງຄໍາຂອບໃຈມາຍັງທ່ານ Chea Sokirth ພ້ອມດ້ວຍຄະນະທີ່ໄດ້ເຂົ້າຢ້ຽມຂໍ່ານັບ, ຢ້ຽຢມາມ ແລະອວຍພອນປີໃໝ່ກອງບັນຊາການທະຫານເຂດ 9; ພ້ອມທັງສະແດງຄວາມຂອບໃຈຕໍ່ການເອົາໃຈໃສ່ຂອງອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນແຂວງ Kampong Chhnang ທີ່ໄດ້ອໍານວຍຄວາມສະດວກໃຫ້ກອງບັນຊາການທະຫານເຂດ 9 ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມ, ຈັດສົ່ງອັດຖິນັກຮົບ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດໃນໄລຍະສົງຄາມຢູ່ກຳປູເຈຍ ຢ່າງມີປະສິດທິຜົນ.
    |
 |
|
ບັນຍາກາດທີ່ການຢ້ຽມຢາມ, ອວຍພອນບຸນເຕັດ. ພາບ: qdnd.vn |
ທ່ານຈັດຕະວາ ຫງວຽນມິງຈ່ຽວ, ຮອງຜູ້ບັນຊາການທະຫານເຂດ 9 ສະແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະສືບຕໍ່ສົມທົບກັນເປັນຢ່າງດີ ໃນການກໍາແໜ້ນສະພາບການ, ແລກປ່ຽນຂໍ້ມູນຂ່າວສານ, ຮັກສາສະຖຽນລະພາບຢູ່ເສັ້ນຊາຍແດນ, ສືບຕໍ່ກໍ່ສ້າງ ແລະຮັດແໜ້ນສາຍພົວພັນສາມັກຄີລະຫວ່າງບັນດາກົມກອງກໍາລັງປະກອບອາວຸດທະຫານເຂດ 9 ກັບບັນດາກົມກອງໃນກອງທັບ ແລະທ້ອງຖິ່ນຂອງລາຊະອານາຈັກກຳປູເຈຍ.
ໂດຍ: ທູຈາງ