ເຂັ້ມຂຸ້ມໄປດ້ວຍນ້ຳໃຈຫວຽດນາມ - ລາວ ໃນລະດູບານໃໝ່
ກປ.ອອນໄລ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີມະເມຍ 2026, ວັນທີ 7 ກຸມພາ, ກອງບັນຊາການທະຫານແຂວງສາລະວັນ, ສະຫວັນນະເຂດ, ຄຳມ່ວນ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວາງຈິ.
ຢູ່ທີ່ນີ້, ການນໍາກອງບັນຊາການທະຫານແຂວງສາລະວັນ, ສະຫວັນນະເຂດ, ຄຳມ່ວນ ຂອງລາວ ແລະກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງແຕ່ລະຝ່າຍ, ພ້ອມທັງຕີລາຄາສູງບັນດາໝາກຜົນອັນພົ້ນເດັ່ນໃນວຽກງານປະສານສົມທົບປີ 2025 ລະຫວ່າງກຳລັງການທະຫານແຂວງສາລະວັນ, ສະຫວັນນະເຂດ, ຄຳມ່ວນ ກັບທະຫານຊາຍແດນແຂວງກວາງຈິ.
ປີຜ່ານມາ, ບັນດາກໍາລັງໄດ້ຮັກສາ ແລະສົມທົບກັນຢ່າງເປັນປະຈຳໃນວຽກງານລາດຕະເວນ, ຄວບຄຸມດ່ານຊາຍແດນ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ແລກປ່ຽນຂໍ້ມູນຂ່າວສານ, ຕໍ່ສູ້, ຕ້ານ ແລະສະກັດກັ້ນອາດຊະຍາກຳປະເພດຕ່າງໆ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ… ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດໄວ້ໃຫ້ໝັ້ນຄົງ.
    |
 |
|
ກອງບັນຊາການທະຫານແຂວງສາລະວັນ, ສະຫວັນນະເຂດ, ຄຳມ່ວນ ອວຍພອນບຸນເຕັດພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວາງຈິ. ພາບ: ສໍານັກຂ່າວສານຫວຽດນາມ |
ຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງສາລະວັນ, ສະຫວັນນະເຂດ ແລະ ຄຳມ່ວນ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການເອົາໃຈໃສ່, ການຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍແດນແຂວງກວາງຈິ ຕໍ່ກັບບັນດາແຂວງຂອງປະເທດເພື່ອນລາວ ໃນໄລຍະຜ່ານມາ; ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມື, ນໍ້າໃຈມິດຕະພາບ, ຄວາມສາມັກຄີທີ່ແໜ້ນແຟ້ນ ເພື່ອແນໃສ່ຍົກສູງປະສິດທິຜົນການສົມທົບກັນເຄື່ອນໄຫວໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ, ຄະນະປະຕິບັດງານກອງບັນຊາການທະຫານແຂວງສາລະວັນ, ສະຫວັນນະເຂດ, ຄໍາມ່ວນ ໄດ້ມອບຊໍ່ດອກໄມ້, ຂອງຂວັນທີ່ມີຄວາມໝາຍ ແລະອວຍພອນປີໃໝ່ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວາງຈິ.
ທ່ານພັນເອກພິເສດ ຈິ້ງແທັງບິ່ງ, ຜູ້ບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສະແດງຄວາມຂອບໃຈຕໍ່ການເອົາໃຈໃສ່ ແລະອາລົມຈິດອັນດີງາມຂອງຄະນະປະຕິບັດງານ, ອວຍພອນໃຫ້ສາຍພົວພັນ ແລະວຽງການສົມທົບລະຫວ່າງບັນດາກົມກອງນັບມື້ນັບແໜ້ນແຟ້ນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນ ສັນຕິພາບ, ສະຖຽນລະພາບ ແລະພັດທະນາ.
ໂດຍ: ທູຈາງ