ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ກ່າວຄໍາເຫັນໂດຍຢືນຢັນວ່າ: ພິທີປິດບໍ່ພຽງແຕ່ເປັນຂີດໝາຍສິ້ນສຸດຂອງຊຸດຝຶກອົບຮົມດ້ານວິຊາສະເພາະດ້ວຍຄວາມດັນສູງເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຖິງໝາກຜົນອັນສໍາຄັນທາງດ້ານລະບອບລະບຽບການ, ຍ້ອນວ່າຊຸດຝຶກອົບຮົມໄດ້ຮັບການຈັດຕັ້ງຕາມມາດຕະຖານຂອງອົງການຝຶກແອບສະສົມ (ITS), ກົມເຄື່ອນໄຫວສັນຕິພາບ ສປຊ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ ມອບໃບຢັ້ງຢືນປະຕິບັດສໍາເລັດຊຸດຝຶກອົບຮົມໃຫ້ແກ່ນັກຮຽນການທະຫານສາກົນ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີປິດ, ທ່ານພັນໂທ Taha Chaoui, ຜູ້ຕາງໜ້າອົງການ ITS ໃຫ້ຮູ້ວ່າ ໂດຍອີງໃສ່ການສັງເກດ ແລະຕີລາຄາຢ່າງກົງໄປກົງມາໃນວິວັດການຝຶກແອບ, ກົມຮັກສາສັນຕິພາບຫວຽດນາມ ໄດ້ຕອບສະໜອງຄວາມຮຽກຮ້ອງການຝຶກແອບຂອງ ສປຊ ຢ່າງຄົບຖ້ວນເພື່ອຈັດຕັ້ງຊຸດຝຶກອົບຮົມ UNSOC ດ້ວຍມາດຕະຖານສູງ.

leftcenterrightdel
ຜູ້ບັນຊາການກົມຮັກສາສັນຕິພາບຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າສາກົນຖ່າຍຮູບເປັນທີ່ລະນຶກກັບຄູອາຈານຫວຽດນາມ, ຄູຝຶກການາດາ. ພາບ: qdnd.vn

ຕາມການຕີລາຄາຂອງຜູ້ຕາງໜ້າ ITS, ກົມຮັກສາສັນຕິພາບຫວຽດນາມ ໄດ້ຢືນຢັນທີ່ຕັ້ງເປັນຄູ່ຮ່ວມມືທີ່ມີຊື່ສຽງ ແລະມີຄວາມສາມາດໃນລະບົບຝຶກແອບຮັກສາສັນຕິພາບຂອງ ສປຊ ແລະສາມາດສືບຕໍ່ຄົ້ນຄ້ວາ ແລະເປີດກວ້າງການຮ່ວມມືກັບອົງການຝຶກແອບສະສົມ ເພື່ອເປັນເຈົ້າພາບຈັດຕັ້ງບັນດາການເຄື່ອນໄຫວຝຶກແອບສາກົນຂອງສະຫະປະຊາຊາດ, ຜ່ານນັ້ນປະກອບສ່ວນຫຼາຍກວ່າອີກເຂົ້າໃນຄວາມມານະພະຍາຍາມລວມ ໃນການກໍ່ສ້າງກຳລັງຮັກສາສັນຕິພາບ.

ກ່າວຄຳເຫັນນະທີ່ນີ້, ທ່ານພັນຕີ  Douglas Thurber, ຜູ້ຕາງໜ້າກົມຮ່ວມມື ແລະບໍາລຸງສ້າງດ້ານການທະຫານ (DMTC) ການາດາ ທັງເປັນນັກຄຸ້ມຄອງຊຸດຝຶກອົບຮົມໄດ້ຮັບຮູ້ຈິດໃຈເປັນມືອາຊີບ, ຄວາມສຸດອົກສຸດໃຈ, ພິເສດແມ່ນຈິດໃຈເຮັດວຽກເປັນທີມຂອງຄູອາຈານຫວຽດນາມ ກໍຄືຄູຝຶກຊາວການາດາ.

leftcenterrightdel
ພະນັກງານ, ຜູ້ບັນຊາການກົມຮັກສາສັນຕິພາບຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບຜູ້ຕາງໜ້າສາກົນ, ຄູອາຈານ ແລະນັກຮຽນການທະຫານ. ພາບ: qdnd.vn

ການຕີລາຄາໂດຍກົງຂອງຜູ້ຕາງໜ້າ ITS ໃນຊຸດຝຶກອົບຮົມແມ່ນພື້ນຖານສໍາຄັນ ແລະຈະຍົກອອກໃນບົດລາຍງານທີ່ຍື່ນສະເໜີຕໍ່ການນໍາຂອງ ສປຊ ເພື່ອອະນຸມັດຜ່ານມອບໃບຢັ້ງຢືນໃຫ້ແກ່ຊຸດຝຶກອົບຮົມ ທີ່ໄດ້ຈັດຂຶ້ນ ຢູ່ຫວຽດນາມ.

ເລື່ອງສະຫະປະຊາຊາດ ຮັບຮອງວ່າບັນລຸມາດຕະຖານແມ່ນປະຖົມປົດໄຈອັນສຳຄັນເພື່ອໃຫ້ຫວຽດນາມ ສືບຕໍ່ຈັດຕັ້ງຊຸດອົບຮົມສາກົນກ່ຽວກັການຮັກສາສັນຕິພາບ ຕາມມາດຕະຖານຂອງ ສປຊ, ປະກອບສ່ວນຢັ້ງຢືນທີ່ຕັ້ງຂອງຫວຽດນາມ ແມ່ນສູນຝຶກແອບການຮັກສາສັນຕິພາບທີ່ມີຊື່ສຽງໃນພາກພື້ນ, ກາຍເປັນປະເທດທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກເຟັ້ນຈາກ ສປຊ ເພື່ອຈັດຕັ້ງຊຸດອົບຮົມຄັ້ງຕໍ່ໄປ, ກໍຄືດຶງດູດການສະໜັບສະໜູນ ແລະການໜູນຊ່ວຍຈາກບັນດາປະເທດຄູ່ຮ່ວມມືໃນຂົງເຂດນີ້.

ໂດຍ: ທູຈາງ