ໂຮງຮຽນນາຍທະຫານອາກາດ ບໍາລຸງສ້າງນັກບິນເຮລິຄອບເຕີການທະຫານ ໃຫ້ແກ່ກຳປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 30 ມັງກອນ, ໂຮງຮຽນນາຍທະຫານອາກາດ ໄດ້ຈັດພິທີຮຽນຈົບໃຫ້ແກ່ນັກບິນເຮລິຄອບເຕີການທະຫານຂອງກຳປູເຈຍ ຊຸດທີ 8.
ທ່ານພັນເອກພິເສດ ລ້າຍກົງຮວານ ຮອງຫົວໜ້າອໍານວຍການ ຮັບຜິດຊອບການຝຶກແອບບໍາລຸງສ້າງຂອງໂຮງຮຽນ ໄດ້ເຂົ້າຮ່ວມ ແລະຊີ້ນຳພິທີ.
ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງໜ້າທີ່, ທາງໂຮງຮຽນໄດ້ເປັນເຈົ້າການປ່ຽນແປງໃໝ່ຫຼັກສູດ, ວິທີການຝຶກແອບບໍາລຸງສ້າງຕາມທິດໃຫ້ບັນລຸມາດຕະຖານ, ເອົາໃຈໃສ່, ຖືນັກຮຽນເປັນໃຈກາງ; ເພີ່ມທະວີການຝຶກແອບ, ຝຶກຫັດການບິນ, ຮັບປະກັນຄວາມປອດໄພຢ່າງເດັດຂາດ; ເອົາໃຈໃສ່ເຖິງການບໍາລຸງສ້າງດ້ານພາສາຫວຽດນາມ ແລະເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງນັກຮຽນການທະຫານສາກົນ.
    |
 |
|
ທ່ານພັນເອກພິເສດ ລ້າຍກົງຮວານ ຮອງຫົວໜ້າອໍານວຍການໂຮງຮຽນນາຍທະຫານອາກາດ ມອບໃບສະນີຍະບັດໃຫ້ແກ່ບັນດານັກຮຽນການທະຫານ ຂອງກໍາປູເຈຍ. ພາບ: qdnd.vn |
ຜົນວ່າ, ນັກຮຽນການທະຫານ 100% ບັນລຸເງື່ອນໄຂຮຽນຈົບ, ໃນນັ້ນມີ 80% ບັນລຸໄດ້ລະດັບດີ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການນໍາໃຊ້ນັກບິນໃນກອງທັບແຫ່ງ ລາຊະອານາຈັກ ກຳປູເຈຍ.
ພິທີໄດ້ຢັ້ງຢືນເຖິງຄຸນນະພາບ ແລະອິດທິພົນຊື່ສຽງໃນການບໍາລຸງສ້າງນັກບິນການທະຫານສາກົນຂອງໂຮງຮຽນນາຍທະຫານອາກາດ, ພ້ອມທັງປະກອບສ່ວນເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ກໍາປູເຈຍ.
ໂດຍ: ທູຈາງ