ໃນໂທລະເລກ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເລຂາພັກແຂວງ, ນະຄອນ ແລະປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ, ລວມມີ: ກວາງຈິ້, ເຫວ້, ດ່ານັ້ງ, ກວາງງ້າຍ, ຢາລາຍ, ດັກລັກ, ແຄັງຮ່ວາ ແລະ ເລິມດົ່ງ ລະດົມແຫຼ່ງກຳລັງ, ກຳລັງທີ່ຈຳເປັນໃຫ້ໄດ້ຫຼາຍທີ່ສຸດ ຕັດສິນໃຈປະຕິບັດສຳເລັດການກໍ່ສ້າງເຮືອນຢູ່ທີ່ຖືກຫັກພັງ, ນ້ຳພັດໄປໃຫ້ແກ່ປະຊາຊົນກ່ອນວັນທີ 15 ມັງກອນ 2026, ເດັດຂາດບໍ່ໃຫ້ຄວາມຄືບໜ້າການປະຕິບັດ “ບັ້ນເຄື່ອນໄຫວ” ຊັກຊ້າ ບໍ່ວ່າເຫດຜົນໃດ.

leftcenterrightdel
ພາບປະກອບຈາກ qdnd.vn

ເລື່ອງປະຕິບັດສຳເລັດ “ບັ້ນເຄື່ອນໄຫວ” ທັງໝົດໃຫ້ຖືກຕາມແຜນການທີ່ໄດ້ວາງອອກ ແມ່ນເພື່ອແນໃສ່ສ້າງເງື່ອນໄຂໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈດຳລົງຊີວິດ ກ່ອນໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ຟື້ນຟູບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຮັບປະກັນການຫາເງິນລ້ຽງຊີບ, ລາຍຮັບກ່ອນບຸນປີໃໝ່ປະຈໍາຊາດ ປີ ມະເມຍ 2026.

ໂດຍ: ຈາງຫງວຽນ