ນະຄອນຮ່າໂນ້ຍ ສຳເລັດວຽກງານປ້ອງກັນຊາດຢ່າງຮອບດ້ານ ໃນປີ 2025
ກປ.ອອນໄລ - ວັນທີ 31 ທັນວາ, ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດທ້ອງຖິ່ນ ປີ 2025 ໂດຍການເປັນປະທານຂອງທ່ານ ຫວູດ້າຍທັ໊ງ ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ. ທ່ານພົນໂທ ຮວິ່ງຈ໊ຽນທັ໊ງ ຮອງຫົວໜ້າກົມໃຫຍ່ເສນາທິການ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາ.
ປີ 2025, ນະຄອນຮ່າໂນ້ຍ ໄດ້ຜັນຂະຫຍາຍບັນດາໂຄງການ, ແຜນການກ່ຽວກັບວຽກງານປ້ອງກັນຊາດ, ການທະຫານທ້ອງຖິ່ນຢ່າງມີປະສິດທິຜົນ; ຖືເປັນສໍາຄັນການສົມທົບກັນໃນການພັດທະນາເສດຖະກິດ-ສັງຄົມດ້ວຍການເພີ່ມທະວີການລົງທຶນ, ຮັບປະກັນດ້ານປ້ອງກັນຊາດ; ຮັບປະກັນວັດຖຸພະລາທິການ, ເຕັກນິກຢ່າງທັນການ ແລະພຽງພໍໃນການປະຕິບັດວຽກງານປ້ອງກັນຊາດ, ການທະຫານທ້ອງຖິ່ນ; ບັນລຸ 100% ຄາດໝາຍການຮັບເອົາທະຫານ. ກຳລັງສຳຮອງຈະໄດ້ຮັບການກໍ່ສ້າງໃຫ້ມີຄວາມເຂັ້ມແຂງ, ລະດົມການຝຶກແອບ, ການຝຶກຊ້ອມ, ກວດກາກຽມພ້ອມລະດົມກໍາລັງໃຈບັນລຸ 99,95%; ກໍາລັງທະຫານລາດປ້ອງກັນຕົວ ໄດ້ຮັບການກໍ່ສ້າງໃຫ້ມີຄວາມໝັ້ນຄົງເຂັ້ມແຂງ ແລະທົ່ວເຖິງ...
    |
 |
|
ທ່ານພົນໂທ ຮວິ່ງຈ໊ຽນທັ໊ງ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮວິ່ງຈ໊ຽນທັ໊ງ ສະເໜີ ນະຄອນຮ່າໂນ້ຍ ສືບຕໍ່ຊີ້ນຳກຳລັງປະກອບອາວຸດຮັກສາບັນດາລະບອບກຽມພ້ອມສູ້ຮົບ, ກຳແໜ້ນສະພາບການ, ປະສານສົມທົບກັບບັນດາກຳລັງ, ພາຫະນະເພື່ອແກ້ໄຂສະພາບການຢ່າງທັນການ, ຮັບປະກັນຄວາມປອດໄພໃຫ້ບັນດາເຫດການ, ພິເສດແມ່ນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ຢ່າງເດັດຂາດ. ສືບຕໍ່ຍົກສູງຄຸນນະພາບການຄຸ້ມຄອງ, ຝຶກແອບ, ການເຄື່ອນໄຫວຂອງກໍາລັງທະຫານລາດປ້ອງກັນຕົວ, ກຳລັງສຳຮອງ; ປະຕິບັດຂັ້ນຕອນການຄັດເລືອກ ແລະຮຽກຮ້ອງພົນລະເມືອງເຂົ້າເປັນທະຫານ; ຊີ້ນຳ, ແນະນໍາການຝຶກຊ້ອມສູ້ຮົບປ້ອງກັນບັນລຸຄຸນນະພາບສູງ; ເອົາໃຈໃສ່ຈັດແບ່ງງົບປະມານກໍ່ສ້າງສໍານັກງານ ກອງບັນຊາການທະຫານຂັ້ນຕາແສງ; ກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ທ່າສະໜາມປ້ອງກັນຊາດທົ່ວປວງຊົນຕິດພັນກັບທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນໃຫ້ໜັກແໜ້ນ...
ໂດຍ: ເຈິ່ນຮວ່ຽນ