ທ່ານລັດຖະມົນຕີ ຟານວັນຢາງ ລົງຢ້ຽມຢາມ ແລະກວດກາເຫຼົ່າທັບເຮືອ
ກປ.ອອນໄລ - ຕອນບ່າຍວັນທີ 31 ທັນວາ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມ ແລະກວດກາເຫຼົ່າທັບເຮືອ.
    |
 |
|
ທ່ານພົນເອກ ຟານວັນຢາງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ເຊີນບີ່ງ |
ກ່າວຄຳເຫັນຊີ້ນຳ, ທ່ານລັດຖະມົນຕີ ຟານວັນຢາງ ຍ້ອງຍໍຊົມເຊີຍບັນດາຜົນງານພົ້ນເດັ່ນໃນວຽກງານທຸກດ້ານ ເຊິ່ງເຫຼົ່າທັບເຮືອ ບັນລຸໄດ້ໃນໄລຍະຜ່ານມາ; ພ້ອມທັງຮຽກຮ້ອງໄລຍະຈະມາເຖິງ, ເຫຼົ່າທັບເຮືອ ສືບຕໍ່ຊາບຊຶມ, ຜັນຂະຫຍາຍປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດເປັນຢ່າງດີ; ເດັດດ່ຽວ, ຢຶດໝັ້ນຕໍ່ທັດສະນະປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຕິດພັນກັບການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ສຸມໃສ່ປ່ຽນແປງໃໝ່, ຍົກສູງຄຸນນະພາບການສຶກສາອົບຮົມດ້ານການເມືອງ, ແນວຄິດເພື່ອໃຫ້ພະນັກງານ, ນັກຮົບເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສະພາບການ, ໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ; ຍົກສູງຄວາມຮັບຜິດຊອບ, ຈິດໃຈເປັນເຈົ້າການ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສຳເລັດທຸກໜ້າທີ່.
    |
 |
|
ບັນດາຜູ້ແທນທີ່ການເຮັດວຽກ. ພາບ: ເຊີນບີ່ງ |
ສຸມໃສ່ຍົກສູງກຳລັງຄວາມສາມາດນຳພາ, ກຳລັງແຮງສູ້ຮົບຂອງຄະນະພັກ, ອົງການຈັດຕັ້ງພັກ; ຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແລະບັ້ນຂົນຂວາຍຕ່າງໆ. ເອົາໃຈໃສ່ສ້າງສາຍພົວພັນສາມັກຄີລະຫວ່າງທະຫານ ແລະປະຊາຊົນ; ປະຕິບັດວຽກງານກູ້ໄພກູ້ຊີບ, ຊ່ວຍເຫຼືອປະຊາຊົນໃນການປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ; ເປັນບ່ອນອີງອັນໝັ້ນແກ່ນໃຫ້ຊາວປະມົງອອກໄປຫາປາຢູ່ທະເລ, ພັດທະນາເສດຖະກິດ ແລະປົກປັກຮັກສາອະທິປະໄຕ, ປະກອບສ່ວນກໍ່ສ້າງທ່າສະໜາມໃນຈິດໃຈປະຊາຊົນຢູ່ທະເລໃຫ້ໝັ້ນແກ່ນ...
ໂດຍ: ເຈິ່ນຮວ່ຽນ