ກອງປະຊຸມໄດ້ຮັບຟັງບົດລາຍງານຕີລາຄາຜົນການປະຕິບັດໜ້າທີ່ວຽກງານໃນປີຜ່ານມາ. ຕາມນັ້ນແລ້ວ, ປີ 2025, ບັນດາອົງການ, ກົມກອງທົ່ວສູນ ໄດ້ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍປະຕິບັດໜ້າທີ່ວຽກງານເປັນຈຳນວນຫຼວງຫຼາຍ, ບັນລຸໄດ້ໝາກຜົນສຳຄັນໃນວຽກງານຫຼາຍດ້ານ.

leftcenterrightdel
ທ່ານພົນຈັດຕະວາ ດັ້ງຮົ່ງຈ້ຽນ ຫົວໜ້າສູນເຂດຮ້ອນຫວຽດນາມ-ລັດເຊຍ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: qdnd.vn

ບັນດາໂຄງການໄດ້ຜັນຂະຫຍາຍປະຕິບັດຢ່າງຄົບຊຸດໃນສາມທິດຄົ້ນຄວ້າ: ວັດສະດຸເຂດຮ້ອນວິທະຍາ, ນິເວດເຂດຮ້ອນ ແລະຊີວະວິທະຍາເຂດຮ້ອນ. ຫຼາຍຜະລິດຕະພັນວິທະຍາສາດຂອງສູນ ມີຄວາມສາມາດບົ່ມຊ້ອນນໍາໃຊ້ສູງ; ການເຄື່ອນໄຫວຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ໄດ້ຮັບການເປີດກວ້າງ; ວຽກງານຈັດຕັ້ງກໍ່ສ້າງກຳລັງໄດ້ຜັນຂະຫຍາຍປະຕິບັດຢ່າງຂ້ຽວຂາດ, ສຳເລັດການກໍ່ສ້າງກົງຈັກການຈັດຕັ້ງໃໝ່ຂອງສູນ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ປີ 2026, ສູນເຂດຮ້ອນຫວຽດນາມ-ລັດເຊຍ ກໍານົດຍູ້ແຮງການນຳໃຊ້ ແລະຖ່າຍທອດບັນດາຜົນການຄົ້ນຄວ້າເຂົ້າໃນພຶດຕິກໍາຕົວຈິງ, ຮັບໃຊ້ໜ້າທີ່ການທະຫານ, ການປ້ອງກັນຊາດ ແລະພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານພົນຈັດຕະວາ ດັ້ງຮົ່ງຈ້ຽນ ມອບທຸງແຂ່ງຂັນ, ໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ກົມກອງລວມໝູ່ ແລະບຸກຄົນ. ພາບ: qdnd.vn

ທີ່ກອງປະຊຸມ, ໂດຍໄດ້ຮັບການມອບສິດຈາກລັດຖະມົນຕີກະຊວງປ້ອງກັນປະເທດ, ການນໍາສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ມອບທຸງແຂ່ງຂັນ, ໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນທີ່ມີຜົນງານດີເດັ່ນ; ພ້ອມທັງໄດ້ມອບລາງວັນຂອງສູນ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນທີ່ປະຕິບັດສໍາເລັດໜ້າທີ່ຢ່າງດີເດັ່ນໃນປີ 2025.

ໂດຍ: ໄຊຊະນະ