ພົບປະສອງຝ່າຍລະຫວ່າງທະຫານຊາຍແດນ ເສັ້ນຊາຍແດນຕອນທີ 8 ຂອງຫວຽດນາມ ແລະທະຫານຊາຍແດນ ຈີນ
ກປ.ອອນໄລ - ຕອນບ່າຍວັນທີ 9 ທັນວາ, ຢູ່ຕາແສງມ໊ອງກ໊າຍ 1, ແຂວງ ກວ໋າງນິງ, ຄະນະຜູ້ແທນທະຫານຊາຍແດນ ເສັ້ນຊາຍແດນຕອນທີ 8 ຫວຽດນາມ ນໍາໂດຍ ທ່ານພັນເອກພິເສດ ຫວູວັນຮຶງ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງກວ໋າງນິງ ໄດ້ພົບປະສອງຝ່າຍກັບຄະນະຜູ້ແທນທະຫານຊາຍແດນ ເຂດກວາງຊີ ນໍາໂດຍທ່ານພັນເອກ Gao Liqiu ຫົວໜ້າການເມືອງທະຫານຊາຍແດນເຂດກວາງຊີ (ທະຫານຊາຍແດນຈີນ).
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ວັນດ້າມ. |
ໃນໄລຍະຜ່ານມາ, ສອງຝ່າຍໄດ້ຜັນຂະຫຍາຍບັນດາກົນໄກຮ່ວມມືໃນການຄຸ້ມຄອງປົກປັກຮັກສາຊາຍແດນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ການພົບປະຢູ່ເຂດຊາຍແດນ, ການລາດຕະເວນຮ່ວມ, ກວດພົບ, ແກ້ໄຂບັນຫາຢູ່ເຂດຊາຍແດນຢ່າງທັນການ, ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ສ້າງສະພາບແວດລ້ອມສະຫງົບ, ປອດໄພເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການບໍລິການ, ການທ່ອງທ່ຽວ; ຊຸກຍູ້ການພັດທະນາເສດຖະກິດ ແລະສັງຄົມຢູ່ເຂດຊາຍແດນສອງຟາກ, ເປີດໂອກາດໃໝ່ໃຫ້ແກ່ການແລກປ່ຽນດ້ານເສດຖະກິດ ແລະການຄ້າ.
    |
 |
|
ສອງຝ່າຍລົງນາມ. ພາບ: ວັນດ້າມ. |
ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນຳສອງປະເທດ ແລະເນື້ອໃນຂອງບັນດາຂໍ້ຕົກລົງທີ່ກ່ຽວຂ້ອງໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ການຮ່ວມມືດ້ານຊາຍແດນຢ່າງເຂັ້ມງວດ. ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ປະຊາຊົນ, ອົງການ, ກົມກອງຢູ່ເຂດຊາຍແດນ ໃຫ້ເຂົ້າໃຈ ແລະປະຕິບັດເອກະສານນິຕິກໍາກ່ຽວກັບຊາຍແດນຈໍານວນ 3 ສະບັບ ແລະບັນດາຂໍ້ຕົກລົງສອງຝ່າຍ ທີ່ສອງຝ່າຍໄດ້ລົງນາມຢ່າງເຂັ້ມງວດ.
ພ້ອມກັນນັ້ນ, ສືບຕໍ່ເພີ່ມທະວີການສົມທົບກັນຄຸ້ມຄອງຊາຍແດນ, ແຈ້ງໃຫ້ຊາບ, ແລກປ່ຽນຂໍ້ມູນຂ່າວສານເພື່ອຮັບໃຊ້ການຄຸ້ມຄອງຊາຍແດນຢ່າງທັນການ; ສົມທົບກັນຕໍ່ສູ້ກັບບັນດາການເຄື່ອນໄຫວຂອງອາດຊະຍາກຳປະເພດຕ່າງໆ, ການກະທຳລະເມີດກົດໝາຍຂ້າມຊາຍແດນ ເຊັ່ນ: ການກໍ່ການຮ້າຍ, ການຄ້າຂາຍອາວຸດ, ການຄ້າຂາຍຢາເສບຕິດ, ການຄ້າເຖື່ອນ, ການເຂົ້າເມືອງຜິດກົດໝາຍ ແລະມານະພະຍາຍາມຮັກສາຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ເຂດຊາຍແດນ. ພ້ອມກັນກໍ່ສ້າງຊາຍແດນ, ດ່ານຊາຍແດນ ແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ.
ໂດຍ: ໄຊຊະນະ