leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ການຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນແມ່ນຂົງເຂດສຳຄັນໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ. ຮັບຮູ້ໝາກຜົນຂອງການພົບປະສອງຝ່າຍທີ່ຈັດຂຶ້ນໃນຕອນເຊົ້າວັນດຽວກັນລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມຄຸ້ມຄອງການຍົກຍ້າຍປະຊາຊົນແຫ່ງຊາດ ຈີນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືລະຫວ່າງສອງອົງການໃນໄລຍະຜ່ານມາບັນລຸໄດ້ໝາກຜົນອັນຕັ້ງໜ້າຫຼາຍຢ່າງ, ພົ້ນເດັ່ນແມ່ນການຮັກສາການແລກປ່ຽນຄະນະຜູ້ແທນ, ການສົມທົບກັນຜັນຂະຫຍາຍກົນໄກສົມທົບກັນປະຕິບັດກົດໝາຍ 3 ຂັ້ນໃນການຄວບຄຸມຊາຍແດນຢູ່ດ່ານຊາຍແດນ ແລະການຄຸ້ມຄອງຊາຍແດນທາງບົກ, ຈັດຕັ້ງການພົບປະສອງຝ່າຍ, ລາຍການພົບປະແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານຢ່າງເປັນປົກກະຕິ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານ Liu Haitao. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃນໄລຍະຈະມາເຖິງ, ທະຫານຊາຍແດນຫວຽດນາມ ແລະກົມຄຸ້ມຄອງການຍົກຍ້າຍປະຊາຊົນແຫ່ງຊາດຈີນ ຄວນຊຸກຍູ້ການລົງນາມບັນດາຂໍ້ຕົກລົງ, ເອກະສານກ່ຽວກັບການເພີ່ມທະວີການຮ່ວມມືໃນການຄວບຄຸມການເຂົ້າ-ອອກເມືອງໂດຍໄວ; ເປີດກວ້າງກວ່າອີກການແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນວຽກງານການເມືອງ, ພົບປະແລກປ່ຽນນາຍທະຫານໜຸ່ມ; ຜັນຂະຫຍາຍປະຕິບັດກົນໄກລາດຕະເວນຮ່ວມ, ການລາດຕະເວນສອງຝ່າຍຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງການຕໍ່ສູ້, ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ; ຄົ້ນຄວ້າການປະຕິຮູບລະບຽບການບໍລິຫານ, ຄວບຄຸມຢູ່ດ່ານຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຈະລາຈອນສິນຄ້າ, ການໄປມາຂອງປະຊາຊົນ ແລະພາຫະນະ, ພ້ອມກັນຮັກສາເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn

ສ່ວນທ່ານ Liu Haitao ໄດ້ຍົກໃຫ້ເຫັນຜົນການຮ່ວມມືຢ່າງຕັ້ງໜ້າລະຫວ່າງກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງສອງປະເທດໃນໄລຍະຜ່ານມາ, ພົ້ນເດັ່ນແມ່ນການປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດກົດໝາຍ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງສອງປະເທດ, ຄຸ້ມຄອງການເຂົ້າ-ອອກເມືອງ...

ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະສອງຝ່າຍກັບກອງບັນຊາການທະຫານຊາຍແດນ ໃນຕອນເຊົ້າຂອງວັນທີ 10 ທັນວາ, ທ່ານ Liu Haitao ໄດ້ຮັບຮູ້ບັນດາຄວາມຮັບຮູ້ລວມ ທີ່ສອງຝ່າຍບັນລຸໄດ້ໃນຂົງເຂດການຄຸ້ມຄອງຊາຍແດນ, ຕ້ານ ແລະສະກັດກັ້ນອາດຊະຍາກໍາ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ; ປາດຖະໜາວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ຮ່ວມແຮງຮ່ວມໃຈກັນຮັກສາ ແລະພັດທະນາເຂດຊາຍແດນ ຫວຽດນາມ - ຈີນ ໃຫ້ມີສັນຕິພາບ, ສະຖຽນລະພາບ, ນຳມາເຊິ່ງຄວາມຜາສຸກໃຫ້ປະຊາຊົນສອງປະເທດ.

ໂດຍ: ໄຊຊະນະ