ປີ 2025, ພາຍໃຕ້ການຊີ້ນໍາ, ນໍາພາຂອງຄະນະປະຈໍາຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ, ການປະສານສົມທົບຂອງບັນດາກໍາລັງ, ຕໍາຫຼວດທະເລຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ການທະຫານ, ການປ້ອງກັນຊາດ, ຫຼາຍໜ້າທີ່ສໍາເລັດຢ່າງດີເລີດ. ພົ້ນເດັ່ນແມ່ນຮັກສາວຽກງານກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ລາດຕະເວນຄວບຄຸມ, ປົກປັກຮັກສາອະທິປະຕະໄຕດ້ວຍມາດຕະການກົດໝາຍຢ່າງໝັ້ນຄົງ; ປະຕິບັດໜ້າທີ່ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU) ຢ່າງມີປະສິດທິຜົນ;...
    |
 |
|
ທ່ານພົນໂທ ເລດຶກທ໊າຍ ເປັນປະທານການເຮັດວຽກ. ພາບ: qdnd.vn |
ກ່າວຄໍາເຫັນສະຫຼຸບການເຮັດວຽກ, ທ່ານພົນໂທ ເລດຶກທ໊າຍ ໄດ້ຍ້ອງຍໍຊົມເຊີຍໝາກຜົນໃນການປະຕິບັດໜ້າທີ່ ເຊິ່ງພະນັກງານ, ນັກຮົບຕໍາຫຼວດທະເລຫວຽດນາມ ບັນລຸໄດ້ໃນປີທີ່ຜ່ານມາ; ຮຽກຮ້ອງໃຫ້ຕໍາຫຼວດທະເລຫວຽດນາມ ຕ້ອງເປັນເຈົ້າການ, ມີຄວາມໄຫວພິກ, ສົມທົບກັບບັນດາກໍາລັງໃນການຍົກສູງຄວາມສາມາດໃນການຄົ້ນຄວ້າ, ກໍາແໜ້ນ, ຄາດຄະເນຢ່າງຖືກຕ້ອງສະພາບການທະເລ, ໝູ່ເກາະ; ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເພື່ອປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕດ້ວຍມາດຕະການກົດໝາຍ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີ້ນຢ່າງມີປະສິດທິຜົນ. ຮັກສາກໍາລັງ, ພາຫະນະເວນຍາມກຽມພ້ອມສູ້ຮົບຢ່າງເຂັ້ມງວດ. ສືບຕໍ່ປະຕິບັດໜ້າທີ່ປ້ອງກັນ, ຕ້ານ IUU ເປັນຢ່າງດີ...
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
ພ້ອມກັນນັ້ນ, ຕໍາຫຼວດທະເລຫວຽດນາມ ສືບຕໍ່ຈັດຕັ້ງການອົບຮົມຝຶກແອບ "ພື້ນຖານ, ແທດຈິງ ແລະໝັ້ນຄົງ" ຄົບຊຸດ, ລົງເລິກ, ຖືການປະຕິບັດຕົວຈິງເປັນຫຼັກ. ສຸມໃສ່ກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ແບບຢ່າງ, ພົ້ນເດັ່ນ”, ຍົກສູງຄຸນນະພາບການກໍ່ສ້າງລະບຽບແບບແຜນ, ປະຕິບັດຕາມກົດໝາຍ, ລະບຽບວິໄລ. ກໍ່ສ້າງອົງຄະນະພັກຕໍາຫຼວດທະເລຫວຽດນາມ ໃຫ້ປອດໄສ, ໝັ້້ນຄົງເຂັ້ມແຂງ. ສົມທົບຢ່າງແໜ້ນແຟ້ນກັບບັນດາກໍາລັງ, ດໍາເນີນບັນດາມາດຕະການວິຊາການ, ກໍາແໜ້ນສະພາບຄວາມໝັ້ນຄົງອະທິປະໄຕ, ອາດຊະຍາກໍາ, ລະເມີດກົດໝາຍຢ່າງແໜ້ນແຟ້ນ. ຕໍ່ສູ້ກັບອາດຊະຍາກໍາ, ການລະເມີດກົດໝາຍຢ່າງຂ້ຽວຂາດ, ມີປະສິດທິຜົນ, ຈຸດສຸມແມ່ນການຕໍ່ສູ້ ຕ້ານ ແລະສະກັດກັ້ນອາດຊະຍາກໍາ, ການລະເມີດກົດໝາຍຕົ້ນປີ 2026 ແລະເພີ່ມທະວີວຽກງານພົບເຫັນ, ແກ້ໄຂການລະເມີດການຂຸດຄົ້ນສິນໃນທະເລ.
ໂດຍ: ໄຊນີດາ