ທີ່ການຕ້ອນຮັບ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ຕີລາຄາສູງຕໍ່ການພັດທະນາຢ່າງເຂັ້ມແຂງໃນການພົວພັນລະຫວ່າງຫວຽດນາມ ແລະແອັດສະປາຍ; ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງສອງປະເທດ ນັບມື້ນັບພັດທະນາຢ່າງມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.

ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ, ໃນການພົວພັນລະຫວ່າງຫວຽດນາມ-ແອັດສະປາຍ, ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາຂົງເຂດທີ່ການນໍາຂັ້ນສູງຂອງທັງສອງປະເທດ ເອົາໃຈໃສ່ຊຸກຍູ້, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງໃນໄລຍະຜ່ານມາ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ຕ້ອນຮັບທ່ານນາງ Carmen Cano De Lasala ເອກອັກຄະລັດຖະທູດແອັດສະປາຍ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີໃຫ້ທັງສອງຝ່າຍ ສືບຕໍ່ປະຕິບັດການນໍານົດທິດຮ່ວມມືເປັນຢ່າງດີບົນພື້ນຖານຄວາມຮັບຮູ້ລວມຂອງຂັ້ນສູງສອງປະເທດ, ໂດຍສຸມໃສ່ບັນດາຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການຝຶກອົບຮົມ; ຮັກສາສັນຕິພາບຂອງສະຫະປະຊາຊາດ; ການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍ. ຜ່ານນັ້ນ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືສອງຝ່າຍຕາມທິດນັບມື້ນັບມີປະສິດທິຜົນ, ແທດຈິງ.

ສ່ວນທ່ານນາງ Carmen Cano De Lasala ຂອບໃຈການນໍາກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ; ພ້ອມທັງເນັ້ນໜັກວ່າ ປີ 2025 ເປັນຂີດໝາຍສຳຄັນໃນການພົວພັນຮ່ວມມືລະຫວ່າງຫວຽດນາມ-ແອັດສະປາຍ. ທ່ານນາງ Carmen Cano De Lasala ຢືນຢັນວ່າ ຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງແອັດສະປາຍ ແລະສະແດງຄວາມຫວັງວ່າໃນໄລຍະຈະມາເຖິງ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍຈະພັດທະນານັບມື້ນັບເລິກເຊິ່ງກວ່າເກົ່າໃນຫຼາຍຂົງເຂດ, ເປັນຕົ້ນແມ່ນໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບຂອງສະຫະປະຊາຊາດ...

ໂດຍ: ຈາງຫງວຽນ