ທະຫານຊາຍແດນຫວຽດນາມ - ຈີນ: ເພີ່ມທະວີການຮ່ວມມື ເພື່ອຊາຍແດນສັນຕິພາບ ແລະມິດຕະພາບ
ກປ.ອອນໄລ - ວັນທີ 25 ພະຈິກ, ທີ່ແຂວງດ້ຽນບຽນ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ, ຫວຽດນາມ ແລະຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ເຂດ Mengzi, ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຕັ້ງການພົບປະສອງຝ່າຍປະຈຳໄລຍະ ຄັ້ງທີ IV ປີ 2025.
ທ່ານພັນເອກພິເສດ ຟານວັນຮວ໊າ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະພັນເອກ Dong Junlong, ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນເຂດ Mengzi (ຈີນ) ໄດ້ເປັນປະທານຮ່ວມການພົບປະສອງຝ່າຍ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນການຮ່ວມມືທີ່ບັນລຸໄດ້ໃນໄລຍະຜ່ານມາ. ພົ້ນເດັ່ນແມ່ນ: ສະພາບຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ ໂດຍສອງຝ່າຍຄຸ້ມຄອງໄດ້ຮັບການຮັກສາໄວ້. ວຽກງານສົມທົບກັນລາດຕະເວນສອງຝ່າຍ, ແລກປ່ຽນຂໍ້ມູນຂ່າວສານ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາດ, ຕິດຕາມກວດກາກິດຈະການຊາຍແດນ ແລະການພົບປະແລກປ່ຽນມິດຕະພາບໄດ້ປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ.
ພິເສດ, ບັນດາກົນໄກປະສານງານ ຄືໂທລະສັບສາຍດ່ວນ, ແລກປ່ຽນຈົດໝາຍລະຫວ່າງບັນດາກົມກອງຮາກຖານ ຄື; ຄ້າຍທະຫານຊາຍແດນ ອາປາຈາຍ, ແຊນເທື້ອງ ກັບປ້ອມທະຫານຊາຍແດນເຂດ Jinping ໄດ້ເສີມຂະຫຍາຍຜົນປະໂຫຍດເປັນຢ່າງດີ.
    |
 |
|
ສອງຝ່າຍແລກປ່ຽນບົດບັນທຶກຊ່ວຍຈໍາການພົບປະສອງຝ່າຍ. ພາບ: qdnd.vn |
ສອງຝ່າຍເຫັນດີເປັນເອກະພາບຕໍ່ທິດທາງສົມທົບກັນໃນຕໍ່ໜ້າ, ດ້ວຍຈຸດສຸມສືບຕໍ່ຊາບຊຶມ ແລະປະຕິບັດເອກະສານນິຕິກໍາກ່ຽວກັບຊາຍແດນທາງບົກສາມສະບັບ ແລະຂໍ້ຕົກລົງການຮ່ວມມືທີ່ໄດ້ລົງນາມຢ່າງເຂັ້ມງວດ; ເພີ່ມທະວີການລາດຕະເວນສອງຝ່າຍ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາຍແດນ.
ສົມທົບກັນຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ ແລະໄພທໍາມະຊາດ; ຍູ້ແຮງການໂຄສະນາ, ເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ; ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ສິລະປະ, ກິລາ ແລະຮັກສາຮູບແບບແຮກສ່ຽວ “ບ້ານມິດຕະພາບ”; ຕາແສງ-ເທດສະບານເມືອງມິດຕະພາບ”.
    |
 |
|
ຄະນະຜູ້ແທນທະຫານຊາຍແດນເຂດ Mengzi ຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດຢູ່ຕາແສງດ້ຽນບຽນຝູ. ພາບ: qdnd.vn |
ທ່ານພັນເອກພິເສດ ຟານວັນຮວ໊າ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືມິດຕະພາບລະຫວ່າງສອງກໍາລັງຈະນັບມື້ນັບຮັດແໜ້ນ, ປະກອບສ່ວນສ້າງເສັ້ນຊາຍແດນຮ່ວມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.
ໂດຍ: ໄຊນີດາ