ໃນໄລຍະຜ່ານມາ, ການພົວພັນຮ່ວມມື, ການໜູນຊ່ວຍ ແລະແລກປ່ຽນບົດຮຽນປະສົບການດ້ານວິຊາສະເພາະລະຫວ່າງກົມວິທະຍາສາດ- ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ກັບປະຕູຖານຂໍ້ມູນເອເລັກໂຕນິກ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຮັບການຮັກສາ, ປັບປຸງຢ່າງເປັນປະຈໍາ, ບັນລຸໄດ້ໝາກຜົນສຳຄັນຄື: ການຈັດສົ່ງນັກຊ່ຽວຊານໄປໜູນຊ່ວຍກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ໃນການກໍ່ສ້າງຖານຂໍ້ມູນ; ກໍ່ສ້າງ, ຍົກລະດັບຊອບແວ ແລະວິຊາການໃຫ້ແກ່ປະຕູຖານຂໍ້ມູນເອເລັກໂຕນິກ ກະຊວງປ້ອງກັນປະເທດລາວ, ແນະນໍາມາດຕະການແກ້ໄຂກ່ຽວກັບຄວາມປອດໄພຂອງຂໍ້ມູນ ແລະຄວາມປອດໄພຂອງການສື່ສານ; ຈັດຕັ້ງບັນດາຊຸດຝຶກອົບຮົມ...

leftcenterrightdel
ທ່ານພົນຈັດຕະວາ ເລວັນຢຸງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ ຂວັນມິ່ງ ບິດາສັກ. ພາບ: qdnd.vn

ທ່ານພົນຈັດຕະວາ ຂວັນມິ່ງ ບິດາສັກ, ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ໄດ້ຂອບໃຈ ແລະຕີລາຄາສູງການໜູນຊ່ວຍ ແລະ ການຊ່ວຍເຫຼືອຂອງປະຕູຖານຂໍ້ມູນເອເລັກໂຕນິກ ກະຊວງປ້ອງກັນປະເທດຫວຽດນາມ ໃນໄລຍະທີ່ຜ່ານມາ; ສະແດງໃຫ້ເຫັນສາຍພົວພັນສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ.

ທີ່ການເຮັດວຽກ, ຄະນະຜູ້ແທນກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ໄດ້ຮັບຟັງການແນະນໍາໂດຍສັງເຂບກ່ຽວກັບພາລະບົດບາດ ແລະໜ້າທີ່; ປະສົບການໃນການກໍ່ສ້າງ, ຄຸ້ມຄອງ, ການບໍລິຫານ, ຮັບປະກັນຄວາມໝັ້ນຄົງ ແລະປອດໄພຂອງລະບົບ; ວຽກງານກໍ່ສ້າງ ແລະ ຄຸ້ມຄອງຖານຂໍ້ມູນ ແລະການບໍລິການ, ການເຊື່ອມຕໍ່ຂໍ້ມູນຂ່າວສານຂອງປະຕູຖານຂໍ້ມູນເອເລັກໂຕນິກ ກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ທ່ານພົນຈັດຕະວາ ເລວັນຢຸງ ແລະທ່ານພົນຈັດຕະວາ ຂວັນມິ່ງ ບິດາສັກ ພ້ອມດ້ວຍຜູ້ແທນທີ່ການເຮັດວຽກ. ພາບ: qdnd.vn

ຄຽງຂ້າງນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນ ແລະແບ່ງປັນບົດຮຽນໃນການປະຕິບັດໜ້າທີ່ວຽກງານຢ່າງເປີດອົກເປີດໃຈ; ສະເໜີທິດທາງຮ່ວມມືໃນຕໍ່ໜ້າ.

ທ່ານພົນຈັດຕະວາ ເລວັນຢຸງ, ຮອງຫົວໜ້າຫ້ອງວ່າການຄະນະພັກການທະຫານສູນກາງ-ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ຢືນຢັນວ່າ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍໃນບັນດາຂົງເຂດ ເຊິ່ງກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ມີຄວາມຕ້ອງການໃຫ້ຄໍາປຶກສາ, ຊ່ວຍເຫຼືອ, ຜ່ານນັ້ນປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງສອງອົງການ,  ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ ຢ່າງແທດຈິງ ແລະປະສິດທິຜົນ.

ໂດຍ: ທູຈາງ