ຄະນະປະຕິບັດງານທະຫານເຂດ 1 ເຂົ້າຢ້ຽມຂ່ຳນັບການນໍາກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ
ກປ.ອອນໄລ - ໃນຂອບເຂດການໄປປະຕິບັດງານ ເພື່ອສະແດງສິລະປະເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 50 ປີ (2-12-1975/2-12-2025), ວັນທີ 19 ພະຈິກ, ທ່ານພັນເອກພິເສດ ນົງຕ໋ຽນຢຸງ, ຮອງຫົວໜ້າຫ້ອງການເມືອງທະຫານເຂດ 1 ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບບັນດາສະຫາຍການນໍາກົມໃຫຍ່ການເມືອງກອງທັບປະຊາຊົນລາວ.
ຕ້ອນຮັບຄະນະປະຕິບັດງານທະຫານເຂດ 1, ທ່ານພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະມາສະແດງສິລະປະ ເພື່ອຂໍ່ານັບຮັບຕ້ອນພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 50 ປີ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເນັ້ນໜັກວ່າ: “ພັກ, ລັດ, ກອງທັບ ແລະປະຊາຊົນລາວ ຍາມໃດກໍ່ຈົດຈຳການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ທີ່ຫວຽດນາມ ໄດ້ສະຫງວນໃຫ້ແກ່ລາວ. ນັ້ນແມ່ນການຊ່ວຍເຫຼືອແບບບໍ່ມີເງື່ອນໄຂ, ເລີ່ມຈາກອາລົມຈິດຄວາມຮັກແພງປຽບເໝືອນອ້າຍນ້ອງໃນຄອບຄົວດຽວກັນ”.
ທ່ານພັນເອກພິເສດ ນົງຕ໋ຽນຢຸງ ຢືນຢັນວ່າ ໃນຫຼາຍປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບສອງປະເທດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ. ສະເພາະລະຫວ່າງທະຫານເຂດ 1 ກັບບັນດາກົມກອງໃນກອງທັບລາວ, ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນປະສົບການໃນວຽກງານພັກ, ວຽກງານການເມືອງ ຍາມໃດກໍ່ໄດ້ຮັບການຮັກສາຢ່າງເປັນປະຈໍາ, ນຳມາເຊິ່ງໝາກຜົນແທດຈິງ.
    |
 |
|
ບັນດາສະຫາຍການນໍາກົມໃຫຍ່ການເມືອງກອງທັບປະຊາຊົນລາວ ພ້ອມດ້ວຍຄະນະປະຕິບັດງານທະຫານເຂດ 1. ພາບ: qdnd.vn |
ການໄປປະຕິບັດງານ, ສະແດງສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ ໄດ້ຮັບຖືວ່າແມ່ນໂອກາດທີ່ມີຄວາມໝາຍທີ່ສຸດ ເພື່ອສືບຕໍ່ຢັ້ງຢືນຄວາມເຄົາລົບນັບຖືຂອງທະຫານເຂດ 1 ເວົ້າສະເພາະ ແລະກອງທັບປະຊາຊົນຫວຽດນາມ ເວົ້າລວມ ທີ່ມີຕໍ່ກັບສາຍພົວພັນແບບພິເສດລະຫວ່າງສອງປະເທດ ແລະສອງກອງທັບ.
ໂດຍ: ທູຈາງ