ຄະນະຜູ້ແທນໄດ້ເຂົ້າຮ່ວມພິທີເປີດ, ຢ້ຽມຊົມບັນດາຮ້ານສິນຄ້າ, ເຂດວາງສະແດງຜະລິດຕະພັນຂອງວິສາຫະກິດ, ກຸ່ມບໍລິສັດຂະໜາດໃຫຍ່ຫຼາຍແຫ່ງໃນໂລກ ແລະເຮັດວຽກ ແລະພົບປະສອງຝ່າຍກັບຫົວໜ້າຄະນະບັນດາປະເທດ.

ທີ່ບັນດາການເຮັດວຽກ, ການພົບປະສອງຝ່າຍ, ທ່ານພົນຈັດຕະວາ ຫງວຽນບາລຶກ ໄດ້ສະແດງຄວາມຂອບອົກຂອບໃຈກະຊວງປ້ອງກັນປະເທດໄທ ແລະບັນດາປະເທດເພື່ອນ ກໍ່ຄືບັນດາວິສາຫະກິດປ້ອງກັນຊາດທີ່ໄດ້ສົ່ງຄະນະຜູ້ແທນມາເຂົ້າຮ່ວມ, ວາງສະແດງຜະລິດຕະພັນໃນງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2; ຊົມເຊີຍກະຊວງປ້ອງກັນປະເທດ, ກອງທັບຂອງບັນດາປະເທດທີ່ເຂົ້າຮ່ວມ ແລະຢືນຢັນວ່າ ຈະອຳນວຍຄວາມສະດວກໃຫ້ວິສາຫະກິດປ້ອງກັນຊາດຂອງບັນດາປະເທດວາງສະແດງຜະລິດຕະພັນທີ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3 ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນບາລຶກ ຢ້ຽມຊົມຮ້ານສິນຄ້າທີ່ງານວາງສະແດງ. ພາບ: qdnd.vn

ໃນການຢ້ຽມຊົມບັນດາຮ້ານສິນຄ້າຂອງບໍລິສັດໃຫຍ່ຜະລິດອຸປະກອນ Viettel ຂຶ້ນກັບກຸ່ມບໍລິສັດ ອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ແລະບໍລິສັດ 76 ຈຳກັດ ຜູ້ດຽວ, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ, ທ່ານພົນຈັດຕະວາ ຫງວຽນບາລຶກ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມ ແລະການວາງສະແດງຜະລິດຕະພັນຂອງບັນດາວິສາຫະກິດ ກອງທັບປະຊາຊົນຫວຽດນາມ ທີ່ງານວາງສະແດງ; ຖືວ່າ ຜະລິດຕະພັນຂອງວິສາຫະກິດຈະໄດ້ຮັບຄວາມເອົາໃຈໃສ່, ສຸມໃສ່ຂອງວິສາຫະກິດຂອງບັນດາປະເທດ.

ເລື່ອງກະຊວງປ້ອງກັນປະເທດຫວຽດນາມ ສົ່ງຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມງານວາງສະແດງການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ 2025 ທີ່ປະເທດໄທ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືສາກົນ ເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຂອງພັກ, ລັດກ່ຽວກັບການສ້າງ, ພັດທະນາພື້ນຖານອຸດສາຫະກຳປ້ອງກັນຊາດຂອງຫວຽດນາມ ຕາມທິດເປັນເຈົ້າການ, ອີງໃສ່ກຳລັງແຮງຂອງຕົນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຫຼາຍຜົນປະໂຫຍດ, ທັນສະໄໝ.

ໂດຍ: ຈາງຫງວຽນ