ຕອນເຊົ້າວັນທີ 12 ຕຸລາ, ຢູ່ແຂວງ ເງະອານ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດທະຫານເຂດ 4 ກະຊວງປ້ອງກັນປະເທດ ຫວຽດນາມ (15-10-1945 / 15-10-2025) ແລະ ຮັບຫຼຽນໄຊ ໂຮ່ຈີມິນ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດທະຫານເຂດ 4. ພາບ: qdnd.vn

ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ຜ່ານໄລຍະ 80 ປີແຫ່ງການກໍ່ສ້າງ, ຕໍ່ສູ້, ໄດ້ຮັບໄຊຊະນະ ແລະເຕີບໃຫຍ່ຂອງການນຳ, ພະນັກງານບັນຊາ, ພາລະກອນ, ນັກຮົບ, ຜູ້ອອກແຮງງານລຸ້ນຕ່າງໆ, ກຳລັງປະກອບອາວຸດທະຫານເຂດ 4 ໄດ້ເສີມຂະຫຍາຍຄຸນນະທາດພູມປັນຍາສິລະປະການທະຫານຫວຽດນາມ ຢ່າງສຸດຂີດ, ສ້າງຫຼາຍວິລະກຳທີ່ດີເດັ່ນໃນພາລະກິດປົດປ່ອຍຊາດ ກໍ່ຄືໃນພາລະກິດສ້າງສາປົກປັກຮັກສາປະເທດຊາດ:

ຕ້ອງສຸມໃສ່ສ້າງກຳລັງປະກອບອາວຸດທະຫານເຂດ 4 ປະຕິວັດຊຳນານຮົບ, ທັນສະໄໝ, ເອົາການສ້າງຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງເປັນພື້ນຖານ ເພື່ອຍົກສູງຄຸນນະພາບສັງລວມ ແລະກຳລັງແຮງຕໍ່ສູ້. ສຸມໃສ່ປ່ຽນແປງໃໝ່ຍົກສູງຄຸນະພາບການສຶກສາການເມືອງ, ຝຶກຝົນການທະຫານຖືກຕ້ອງຕາມທິດນຳທິດທາງໄດ້ກຳນົດ. ຝຶກຝົນຫຼໍ່ຫຼອມຄຸນະທາດ, ເຕັກນິກຍຸດໂທບາຍ, ເປັນເຈົ້າການອາວຸດປະເພດຕ່າງໆ ໂດຍສະເພາະແມ່ນອາວຸດທັນສະໄໝ, ມີມາດຕະການຊຸກຍູ້ນະວັດຕະກຳ, ຫັນເປັນດີຈີຕອນຕິດພັນກັບການຫັນບັນດາຄາດໝາຍສ້າງກອງທັຍທັນສະໄໝໂດຍກະຊວງປ້ອງກັນປະເທດປະກາດ ໃຫ້ປະກົດຜົນເປັນຈິງ.

ແຫຼ່ງຄັດຈາກ: vovworld.vn