ກ່າວຄຳເຫັນຊີ້ນຳ, ລະດົມກໍາລັງໃຈກໍາລັງສວນສະໜາມ, ເດີນຂະບວນ, ທ່ານພົນເອກ ຟານວັນຢາງ ຍ້ອງຍໍບັນດາອົງການ, ຫົວໜ່ວຍ, ພະນັກງານ, ນັກຮົບທີ່ໄດ້ມານະພະຍາຍາມ, ພະຍາຍາມ, ສະແດງການຕັດສິນໃຈສູງເພື່ອຄວາມເອກອ້າງທະນົງໃຈຂອງຊາດ.
ຜ່ານການກວດກາ, ທ່ານລັດຖະມົນຕີ ຟານວັນຢາງ ຖືວ່າ ບັນດາກໍາລັງຍ່າງ, ກໍາລັງຢືນ, ກໍາລັງຍຸດໂທປະກອນ, ລົດ, ປຶນໃຫຍ່, ກໍາລັງດົນຕີກອງທັບລ້ວນແຕ່ແຂງແຮງກວ່າເມື່ອທຽບໃສ່ການຝຶກຊ້ອມຄັ້ງກ່ອນ. ພິເສດ, ນີ້ແມ່ນຄັ້ງທຳອິດທີ່ທະຫານເຮືອ, ຕໍາຫຼວດທະເລ, ທະຫານຊາຍແດນ… ໄດ້ເຂົ້າຮ່ວມການສວນສະໜາມຢູ່ທະເລ, ຜ່ານນັ້ນສະແດງໃຫ້ເຫັນກຳລັງຂອງກໍາລັງປະກອບອາວຸດ.
    |
 |
ທ່ານພົນເອກ ຟານວັນຢາງ ພ້ອມກັບການນໍາກະຊວງປ້ອງກັນປະເທດ ແລະບັນດາຜູ້ແທນໄດ້ລະດົມກໍາລັງໃຈໃຫ້ພະນັກງານ, ນັກຮົບ. ພາບ: ຫາຍເຊີຍຮຸຍ |
ທ່ານລັດຖະມົນຕີ ຟານວັນຢາງ ໃຫ້ຮູ້ວ່າ ຍັງເຫຼືອເວລາພຽງ 2 ອາທິດນີ້ຮອດມື້ສະເຫຼີມສະຫຼອງ; ຮຽກຮ້ອງໃຫ້ຄະນະຊີ້ນຳ ແລະອະນຸຄະນະຊີ້ນໍາສວນສະໜາມ, ເດີນຂະບວນ ຊີ້ນຳບັນດາກໍາລັງຝຶກຊ້ອມວິທະຍາສາດ, ຖອດຖອນບົດຮຽນຢ່າງທັນການໃຫ້ແຕ່ລະຄົນ ແລະແຕ່ລະກົມກອງ. ກ່ອນນີ້, ຫຼາຍຮ້ອຍ, ຫຼາຍພັນຄົນຕ້ອງເປັນອັນໜຶ່ງ, ແຕ່ປະຈຸບັນທັງໝົດຕ້ອງເປັນອັນດຽວ, ນັບທັງກໍາລັງຍ່າງ, ຢືນ, ກໍາລັງຍຸດໂທປະກອນ, ກໍາລັງດົນຕີ, ກອງກຽດຕິສັກ; ພ້ອມກັນນັ້ນ, ຮັບປະກັນຄວາມປອດໄພຢ່າງແທ້ຈິງໃນຂະບວນການຝຶກອົບຮົມ; ພ້ອມທັງຮັບປະກັນຄວາມປອດໄພຢ່າງເດັດຂາດໃນການຝຶກຊ້ອມ ແລະຍົກສູງສຸຂະພາບໃຫ້ພະນັກງານ, ນັກຮົບ, ຮັບປະກັນວຽກງານພະລາທິການ, ເຕັກນິກເປັນຢ່າງດີ.
ຕາມທ່ານພົນເອກ ຟານວັນຢາງ ແລ້ວ, ເຂົ້າຮ່ວມສວນສະໜາມ, ເດີນຂະບວນໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນ ສິງຫາ ແລະວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ແມ່ນກອງທັບຂອງຫຼາຍປະເທດ ເຊັ່ນ: ຈີນ, ສະຫະພັນລັດເຊຍ, ລາວ, ກຳປູເຈຍ…
ເສີມຂະຫຍາຍຈິດໃຈຂອງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ, ທ່ານພົນເອກ ຟານວັນຢາງ ຫວັງວ່າພະນັກງານ, ນັກຮົບແຕ່ລະຄົນຈະສືບຕໍ່ມານະພະຍາຍາມ ແລະມີຄວາມຕັ້ງໃຈຢ່າງສູງ ເພື່ອປະຕິບັດໜ້າທີ່ A80 ໃຫ້ປະສົບຜົນສໍາເລັດ, ນໍາຄວາມເອກອ້າງທະນົງໃຈມາສູ່ໃຫ້ປະເທດ, ຕໍ່ປະເທດຊາດ ແລະໃຫ້ສະຫາຍແຕ່ລະຄົນທີ່ເຂົ້າຮ່ວມໃນໜ້າທີ່ອັນສຳຄັນພິເສດນີ້.
ພາຍຫຼັງການກວດກາການຝຶກຊ້ອມ, ທ່ານລັດຖະມົນຕີ ຟານວັນຢາງ ພ້ອມກັບການນຳກະຊວງປ້ອງກັນປະເທດ, ຜູ້ຕາງໜ້າກະຊວງຕຳຫຼວດ, ຫົວໜ້າກົມໃຫຍ່ການເມືອງມອບຂອງຂວັນ, ຢ້ຽມຢາມບັນດາກົມກອງ ເພື່ອຊຸກຍູ້ພະນັກງານ, ນັກຮົບ.
ໂດຍ: ໄຊນີດາ