ການຢ້ຽມຢາມ ເພື່ອແນໃສ່ຮັກສາການພົບປະຂັ້ນສູງ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ ແລະສອງກອງທັບໃຫ້ນັບມື້ນັບຕົວຈິງ, ມີປະສິດທິຜົນ, ແທດຈິງ, ມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ (30 ທັນວາ 1955 / 30 ທັນວາ 2025); ແມ່ນກາລະໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນ, ເຫັນດີເປັນເອກະພາບກ່ຽວກັບການກໍານົດທິດການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ Sjafrie Sjamsoeddin ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ໄດ້ມີການພົບປະເຈລະຈາກັບທ່ານ Sjafrie Sjamsoeddin.

ທີ່ການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍບັນລຸໄດ້ໝາກຜົນອັນດີງາມ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການພົວພັນຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຮອບດ້ານ, ແທດຈິງ, ສຸມໃສແມ່ນ: ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ; ສືບຕໍ່ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວ, ເປັນຕົ້ນແມ່ນກົນໄກເຈລະຈາດ້ານນະໂຍບາຍປ້ອງກັນຊາດ; ການຮ່ວມມືດ້ານການຝຶກອົບຮົມ; ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ; ຊຸກຍູ້ການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດທີ່ມີຄວາມສາມາດບົ່ມຊ້ອນ; ສືບຕໍ່ທາບທາມຄວາມເຫັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາກົນໄກ ແລະເວທີປາໄສຫຼາຍຝ່າຍ.

ທ່ານ Sjafrie Sjamsoeddin ສະເໜີໃຫ້ກະຊວງປ້ອງກັນປະເທດສອງປະເທດຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກວ່າອີກໃຫ້ເໝາະສົມກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ສ້າງຕັ້ງໃນໄລຍະຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ ອິນໂດເນເຊຍ ໃນເດືອນ ມີນາ ປີ 2025.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ Sjafrie Sjamsoeddin. ພາບ: qdnd.vn

ທີ່ການພົບປະເຈລະຈາ, ສອງຝ່າຍຍັງປຶກສາຫາລືກ່ຽວກັບສະພາບການໃນໂລກ ແລະພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນເອກ ຟານວັນຢາງ ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກ ດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ໂດຍ: ຈາງຫງວຽນ