leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

* ຢູ່ບໍລິເວນຕາແສງນ້ຳຮ່າງ, ແຂວງລາຍເຈົາ, ໄດ້ເກີດດິນເຈື່ອນ, ເຮັດໃຫ້ 3 ຄອບຄົວຕ້ອງອົບພະຍົບ. ທ້ອງຖິ່ນໄດ້ລະດົມພະນັກງານ, ນັກຮົບ 32 ຄົນຂອງບັນດາອົງການການທະຫານ, ຕຳຫຼວດ, ທະຫານລາດປ້ອງກັນຕົວສົມທົບກັບບັນດາກຳລັງທ້ອງຖິ່ນ ເພື່ອຊ່ວຍເຫຼືອປະຊາຊົນຜ່ານຜ່າຜົນຮ້າຍຢ້ອນຫຼັງ.

ຢູ່ບໍລິເວນຕາແສງ ບຸງລາວ, ນາສາງ, ແທ່ງເໜືອ, ຊາມມື໊ນແຂວງ ດ້ຽນບຽນ, ໄດ້ເກີດດິນເຈື່ອນດ້ວຍຫີນ ແລະດິນເຈື່ອນກວ່າ 900 ຕາແມັດ, ສົ່ງຜົນກະທົບໃຫ້ 7 ຄອບຄົວ. ທ້ອງຖິ່ນໄດ້ລະດົມພະນັກງານ, ນັກຮົບ 126 ຄົນທີ່ມາຈາກບັນດາອົງການການທະຫານ, ຕຳຫຼວດ, ທະຫານລາດປ້ອງກັນຕົວສົມທົບກັບກຳລັງທ້ອງຖິ່ນ ເພື່ອຊ່ວຍເຫຼືອປະຊາຊົນຜ່ານຜ່າຜົນຮ້າຍຢ້ອນຫຼັງ.

ເວລາ 9 ໂມງ 20 ນາທີ, ວັນທີ 25 ກໍລະກົດ, ຢູ່ຫຼັກ 7, ເສັ້ນທາງຫຼວງແຫ່ງຊາດ 19, ຕາແສງ ອຽນມີ໊, ແຂວງ ຮຶງອຽນ, ໄດ້ເກີດເຫດໄຟໄໝ້ສາງລົດໄຟຟ້າຂອງບໍລິສັດ KingDa ຫວຽດນາມ ຈຳກັດ (ຜະລິດລົດໄຟຟ້າ). ທ້ອງຖິ່ນໄດ້ລະດົມກໍາລັງພະນັກງານ-ນັກຮົບຈາກທະຫານ, ຕໍາຫຼວດ, ທະຫານລາດປ້ອງກັນຕົວ 35 ຄົນ, ພ້ອມດ້ວຍລົດດັບເພີງ 1 ຄັນ ແລະຈັກສູບ 2 ຄັນປະສານສົມທົບກັບກໍາລັງຢູ່ກັບທີ່ດັບໄຟໃນເວລາ 10 ໂມງ 15 ນາທີຂອງວັນດຽວກັນ. ເຫດການດັ່ງກ່າວບໍ່ມີຄວາມເສຍຫາຍກ່ຽວກັບຄົນ.

ໂດຍ: ໄຊນີດາ