leftcenterrightdel
ທ່ານພົນຈັດຕະວາ ຫງວຽນກວກເຮືອງ ມອບຊໍ່ດອກໄມ້ໃຫ້ທ່ານພົນຈັດຕະວາ Susheel Menon, ຜູ້ບັນຊາການກອງເຮືອພາກຕາເວັນອອກ, ທະຫານເຮືອອິນເດຍ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ຫງວຽນກວກເຮືອງ ສະແດງຄວາມປິຕິຊົມຊື່ນ ແລະຍິນດີຕ້ອນຮັບຄະນະ ທີ່ມາຢ້ຽມຢາມ. ພ້ອມທັງແຈ້ງໃຫ້ຊາບກ່ຽວກັບສະພາບການພົ້ນເດັ່ນໃນບໍລິເວນ ແລະການເຄື່ອນໄຫວຂອງກຳລັງປະກອບອາວຸດທະຫານເຂດ 5 ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ. ທ່ານຮອງຜູ້ບັນຊາການທະຫານເຂດ 5 ເນັ້ນໜັກວ່າ: ໃນຊຸມປີຜ່ານມາ, ອິນເດຍ ໄດ້ສົ່ງກຳປັ່ນທະຫານເຮືອ ໄປຢ້ຽມຢາມບັນດາທ້ອງຖິ່ນໃນບໍລິເວນທະຫານເຂດ 5 ຢ່າງເປັນປະຈໍາ ແລະມໍ່ໆມານີ້ແມ່ນການຢ້ຽມຢາມຢູ່ແຂວງແຄ໋ງຮ່ວາ ແລະການຢ້ຽມຢາມຂອງກຳປັ່ນທະຫານເຮືອອິນເດຍ 2 ລຳ (ລວມທັງ INS Delhi ແລະ INS Satpura) ທີ່ນະຄອນດ່ານັ້ງ. ການເຄື່ອນໄຫວນີ້ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ພົບປະແລກປ່ຽນຄວາມເຂົ້າໃຈ ເຊິ່ງກັນ ແລະກັນ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ທີ່ໄດ້ຮັບການສ້າງຕັ້ງ ໃນປີ 2016. ພິເສດແມ່ນໃນປີ 2026, ສອງປະເທດ ມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ (2016 - 2026).

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ຕາງໜ້າຄະນະ, ທ່ານພົນຈັດຕະວາ Susheel Menon ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຢ່າງສົມກຽດຂອງກອງບັນຊາການທະຫານເຂດ 5, ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານພັດທະນາຢ່າງໝັ້ນຄົງເຂັ້ມແຂງຂອງຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນກອງທັບປະຊາຊົນຫວຽດນາມ, ໃນນັ້ນມີກໍາລັງປະກອບອາວຸດທະຫານເຂດ 5. ພ້ອມກັນນັ້ນ ທ່ານ ຫວັງວ່າ ໃນໄລຍະຈະມາເຖິງ, ການພົວພັນນີ້ຈະສືບຕໍ່ພັດທະນາ, ສອງຝ່າຍຈະເພີ່ມທະວີການພົບປະແລກປ່ຽນຄວາມເຂົ້າໃຈເຊິ່ງ ກັນ ແລະກັນ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ກໍາລັງທະຫານເຮືອຂອງສອງປະເທດ ສືບຕໍ່ເປີດກວ້າງການເຄື່ອນໄຫວຮ່ວມມື, ຝຶກແອບ, ແບ່ງປັນບົດຮຽນ, ປະກອບສ່ວນຮັບປະກັນສິດເສລີໃນການເດີນເຮືອ, ຄວາມໝັ້ນຄົງ ແລະຄວາມປອດໄພຢູ່ທະເລ.

ໃນລາຍການ, ກອງກຳປັ່ນທະຫານເຮືອອິນເດຍ ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນດ່ານັ້ງ, ທະຫານເຮືອເຂດ 3, ຢ້ຽມຊົມ, ໄປທ່ຽວ ແລະດຳເນີນການຝຶກຊ້ອມສອງຝ່າຍພາຍຫຼັງກຳປັ່ນອອກຈາກທ່າເຮືອ.

ໂດຍ: ໄຊຊະນະ