ພິທີຕ້ອນຮັບກອງກຳປັ່ນທະຫານເຮືອອິນເດຍ ຢູ່ທ່າກຳປັ່ນ ຕຽນຊາ ໂດຍການເປັນປະທານຮ່ວມຂອງຜູ້ຕາງໜ້າການນໍາພະແນກການຕ່າງປະເທດນະຄອນ ດ່າໜັງ ແລະຜູ້ຕາງໜ້າທະຫານເຮືອເຂດ 3.

ເຂົ້າຮ່ວມມີຜູ້ຕາງໜ້າກອງບັນຊາການທະຫານນະຄອນ, ກອງບັນຊາການທະຫານຊາຍແດນນະຄອນ, ກອງບັນຊາການທະຫານຊາຍແດນດ່ານຊາຍແດນທ່າກໍາປັ່ນດ່າໜັງ, ຫ້ອງພົວພັນຕ່າງປະເທດ (ທະຫານເຂດ 5), ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແລະເຫຼົ່າທັບເຮືອ.

leftcenterrightdel
ຜູ້ຕາງໜ້າທະຫານເຮືອເຂດ 3 ມອບດອກໄມ້ໃຫ້ຜູ້ບັນຊາການກຳປັ່ນທະຫານເຮືອອິນເດຍ. ພາບ: qdnd.vn

ໃນຂອບເຂດການຢ້ຽມຢາມ, ຄະນະນາຍທະຫານ, ຜູ້ບັນຊາການກຳປັ່ນ ຈະເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນ ດ່າໜັງ, ທະຫານເຂດ 5, ທະຫານເຮືອເຂດ 3; ຕ້ອນຮັບຄະນະຜູ້ແທນຫວຽດນາມ ໄປຢ້ຽມຢາມກຳປັ່ນ; ນາຍທະຫານ, ລູກເຮືອຂອງກຳປັ່ນ ແຂ່ງຂັນກິລາບານສົ່ງມິດຕະພາບກັບພະນັກງານ, ນັກຮົບທະຫານເຮືອເຂດ 3; ຢ້ຽມຊົມວັດທະນະທໍາຢູ່ທ້ອງຖິ່ນ.

leftcenterrightdel
ກຳປັ່ນທະຫານເຮືອອິນເດຍ ເຂົ້າທຽບທ່າກຳປັ່ນ ຕຽນຊາ. ພາບ: qdnd.vn

ການຢ້ຽມຢາມຂອງກຳປັ່ນທະຫານເຮືອອິນເດຍ ຢູ່ນະຄອນ ດ່າໜັງ ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ເໝາະສົມກັບແຜນນະໂຍບາຍຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ອິນເດຍ, ພິເສດແມ່ນໃນປີ 2026, ເມື່ອສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ (2016-2026).

ໂດຍ: ຈາງຫງວຽນ