ດຳເນີນໃນລະຫວ່າງວັນທີ 21 - 30 ກໍລະກົດ, ການຝຶກແອບຮ່ວມຄັ້ງນີ້ມີບັນດາເນື້ອໃນຕົ້ນຕໍ, ຄື: ການສອດແນມ, ປອມແປງຕົນເອງ, ການນຳໃຊ້ໂດນ, ເຮືອບິນບໍ່ມີຄົນຂັບ (UAV), ການຍິງປືນ, ປະຖົມພະຍາບານ... ພິເສດແມ່ນໃນເນື້ອໃນຝຶກແອບ UAV, ສອງຝ່າຍໄດ້ຜັນຂະຫຍາຍເນື້ອໃນສູ້ຮົບຢູ່ເຂດພູຜາປ່າດົງ, ຜ່ານນັ້ນຍົກສູງກໍາລັງຄວາມສາມາດການສອດແນມ, ບຸກໂຈມຕີ, ກູ້ຊ່ວຍ ແລະຮັບປະກັນການສົມທົບກັນໃນການສູ້ຮົບຮ່ວມ.

leftcenterrightdel
ບັນຍາກາດທີ່ພິທີປິດ. ພາບ: qdnd.vn

ໃນໄລຍະປະຕິບັດໜ້າທີ່, ກໍາລັງທະຫານບົກສອງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ດຳເນີນການຝຶກແອບຖືກຕາມແຜນການ, ຮັບປະກັນຄວາມປອດໄພຢ່າງເດັດຂາດກ່ຽວກັບປະຊາຊົນ ແລະເຄື່ອງອຸປະກອນ, ສະແດງໃຫ້ເຫັນລັກສະນະວິຊາຊີບ, ມີລະບຽບວິໄນ, ຄວາມສາມັກຄີ ແລະມິດຕະພາບ. ນອກຈາກການຝຶກແອບດ້ານການທະຫານ, ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ-ກິລາ, ຈັດການເຄື່ອນໄຫວດ້ານວັດທະນະທຳພື້ນເມືອງຂອງແຕ່ລະປະເທດເຊັ່ນ: ບານເຕະ, ປິງປ່ອງ, ໝາກຮຸກ, ການສະແດງສິລະປະ... ໄດ້ດຳເນີນໄປຢ່າງຄຶກຄຶ້ນມ່ວນຊື່ນ, ສະແດງໃຫ້ເຫັນຄວາມສາມັກຄີ.

leftcenterrightdel
ທະຫານບົກສອງປະເທດຫວຽດນາມ ແລະ ຈີນ ຝຶກແອບເນື້ອໃນການຍິງປືນ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ກອງບັນຊາການຝຶກແອບຮ່ວມ ໄດ້ມອບໃບຍ້ອງຍໍໃຫ້ສະມາຊິກໃນຄະນະຫວຽດນາມ 20 ຄົນ ແລະສະມາຊິກໃນຄະນະຈີນ 20 ຄົນ ທີ່ໄດ້ປະຕິບັດໜ້າທີ່ສໍາເລັດຜົນ.

ໂດຍ: ຈາງຫງວຽນ