ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ລັດຖະບານ, ກະຊວງປ້ອງກັນ ປະເທດ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການເພີ່ມທະວີການພົວພັນມິດຕະພາບ, ພັດທະນາການພົວພັນຮ່ວມມືຢ່າງແທດຈິງກັບລັດຖະບານ, ກະຊວງປ້ອງກັນປະເທດ, ກໍາລັງປະກອບອາວຸດຂອງ UAE, ສອດຄ່ອງກັບຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ແຕ່ລະພາກພື້ນ ແລະໃນໂລກ; ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຕັ້ງໜ້າໜູນຊ່ວຍ ແລະສົ່ງຄະນະຜູ້ແທນເຂົ້າຮ່ວມງານວາງສະແດງສາກົນ, ບັນດາກອງປະຊຸມ, ກອງປະຊຸມສຳມະນາໂດຍແຕ່ລະຝ່າຍຈັດຕັ້ງ...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ,  ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະກັບທ່ານພົນຕີ Ibrahim Nasser Al-Alawi, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ UAE. ພາບ: qdnd.vn

ທີ່ການພົບປະ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນຕີ Ibrahim Nasser Al-Alawi ເຊີດຊູການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - UAE, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດຕ້ອງພັດທະນາ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສ້າງກຳລັງແຮງໃຫ້ແກ່ການຮ່ວມມືໃນຂົງເຂດການທູດ, ເສດຖະກິດ, ວັດທະນະທຳ ແລະອື່ນໆ. ແລກປ່ຽນຄະນະຜູ້ແທນຂັ້ນສູງ, ບຳລຸງສ້າງ, ຮັກສາສັນຕິພາບ  ສປຊ, ອຸດສາຫະກຳປ້ອງກັນຊາດ, ການຄ້າການທະຫານ, ຄວາມປອດໄພທາງອິນເຕີແນັດ, ຄວາມໝັ້ນຄົງທາງທະເລ, ຮັບມືກັບບັນດາສິ່ງທ້າທາຍບໍ່ເປັນການທະຫານ, ພາລະທິການ, ການແພດ...

ສິ້ນສຸດການພົບປະ, 2 ຝ່າຍໄດ້ລົງນາມໃນອະນຸສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ, ກໍານົດໃຫ້ການພັດທະນາຢ່າງແທດຈິງກວ່າຂອງການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ສອດຄ່ອງກັບຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງປະເທດ, ເໝາະສົມກັບການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - UAE.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນຕີ Ibrahim Nasser Al-Alawi ລົງນາມໃນອະນຸສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນປະເທດ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ໃຫ້ການຕ້ອນຮັບທ່ານ Bader Ahmed Mohammed Majed Al Ali, ປະທານກຸ່ມບໍລິສັດ ABI - ແມ່ນໜຶ່ງໃນບັນດາວິສາຫະກິດຫຼາຍຂະແໜງ ແລະຫຼາຍຂົງເຂດແຖວໜ້າຂອງ UAE. ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງໝາກຜົນການຮ່ວມມືໃນໄລຍະມໍ່ໆມານີ້ລະຫວ່າງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ແລະກຸ່ມບໍລິສັດ ABI.  ການເປັນສັກຂີພີຍານຂອງທ່ານພົນໂທ ຮວ່າງຊວນຈ໊ຽນ, ກຸ່ມບໍລິສັດ Viettel ແລະກຸ່ມບໍລິສັດ ABI ໄດ້ລົງນາມໃນບົດບັນທຶກກອງປະຊຸມ, ສະແດງເຈດຈໍານົງ ແລະຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍ. ຕາມນັ້ນແລ້ວ, ກຸ່ມບໍລິສັດ Viettel ຢືນຢັນວ່າ ພ້ອມແລ້ວທີ່ຈະສະໜອງບັນດາຜະລິດຕະພັນ ແລະມາດຕະການເໝາະສົມກັບຄວາມຕ້ອງການຂອງກຸ່ມ ABI. ກຸ່ມບໍລິສັດ ABI ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊຸກຍູ້ ແລະເປີດກວ້າງການຮ່ວມມືກັບກຸ່ມບໍລິສັດ Viettel ໃນໄລຍະຈະມາເຖິງ, ເພື່ອນໍາບັນດາຜະລິດຕະພັນ, ການບໍລິການເຕັກໂນໂລຢີສູງຂອງກຸ່ມບໍລິສັດ Viettel ໄປສູ່ການມີໜ້າຢ່າງເລິກເຊິ່ງ ກວ້າງຂວາງຢູ່ຕະຫຼາດ UAE ກໍ່ຄືພາກພື້ນຕາເວັນອອກກາງ.

leftcenterrightdel
ການເປັນສັກຂີພີຍານຂອງທ່ານພົນໂທ ຮວ່າງຊວນຈ໊ຽນ, ກຸ່ມບໍລິສັດ Viettel ແລະກຸ່ມບໍລິສັດ ABI ໄດ້ລົງນາມໃນບົດບັນທຶກກອງປະຊຸມ. ພາບ: qdnd.vn

ໃນຂອບເຂດຢ້ຽມຢາມ ແລະເຮັດວຽກຢູ່ UAE, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ໄປຢ້ຽມຢາມກຸ່ມບໍລິສັດປ້ອງກັນຊາດ EDGE Group. ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງຄວາມອາດສາມາດ ແລະປະທັບໃຈກ່ຽວກັບເຕັກໂນໂລຢີ, ຜະລິດຕະພັນຂອງ EDGE Group; ສະເໜີໃຫ້ EDGE Group ແລະບັນດາອົງການ, ກົມກອງຂອງຫວຽດນາມ ຕັ້ງໜ້າຮ່ວມມື, ຖ່າຍທອດເຕັກໂນໂລຢີ; ຢັ້ງຢືນວ່າກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງເງື່ອນໄຂເພື່ອໃຫ້ 2 ຝ່າຍແລກປ່ຽນປະສົບການ.

ໂດຍ: ໄຊນີດາ