ອົງຄະນະພັກຫ້ອງການເມືອງທະຫານເຂດ 7 ຍາມໃດກໍ່ໃກ້ຊິດຕິດແທດກັບໜ້າທີ່ການເມືອງ ແລະສະພາບແວດລ້ອມພຶດຕິກຳຕົວຈິງ, ສຸມໃສ່ນໍາພາ, ຊີ້ນໍາ ຊາບຊຶມ, ຜັນຂະຫຍາຍບັນດາເປົ້າໝາຍ, ໜ້າທີ່ມະຕິຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ XII ໄດ້ວາງອອກໃຫ້ເປັນຢ່າງດີ. ໃນນັ້ນ, ອົງຄະນະພັກ ໄດ້ນໍາພາຊາບຊຶມບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງຢ່າງເລິກເຊິ່ງ; ເສີມຂະຫຍາຍພາລະບົດບາດ, ໜ້າທີ່ໃນການເປັນເສນາທິການ, ສະເໜີການຊີ້ນໍາ, ແນະນໍາ ແລະຜັນຂະຫຍາຍປະຕິບັດການເຄື່ອນໄຫວວຽກງານພັກ, ວຽກງານການເມືອງທຸກດ້ານ; ຕິດແທດກັບພຶດຕິກຳຕົວຈິງ, ມຸ່ງໄປເຖິງຂັ້ນຮາກຖານຢ່າງແຂງແຮງ, ສ້າງການຫັນປ່ຽນໂດຍພື້ນຖານໃນວຽກງານພັກ, ວຽກງານການເມືອງ, ປະກອບສ່ວນຍົກສູງຄຸນນະພາບການປະຕິບັດໜ້າທີ່.

ອາຍຸການ 2020-2025, ໂດຍຜ່ານພຶດຕິກຳຕົວຈິງທີ່ອຸດົມສົມບູນ, ມີຊີວິດຊີວາ, ອົງຄະນະພັກຫ້ອງການເມືອງ ທະຫານເຂດ 7 ໄດ້ຖອດຖອນໄດ້ຫຼາຍບົດຮຽນໃນການຊີ້ນໍາໆພາວຽກງານພັກ, ວຽກງານການເມືອງ. ປະຕິບັດພາລະບົດບາດເປັນເສນາທິການ, ສະເໜີ, ຊີ້ນໍາ, ແນະນໍາການດໍາເນີນວຽກງານພັກ, ວຽກງານການເມືອງໃຫ້ມີຄຸນນະພາບ, ມີປະສິດທິຜົນ, ປະກອບສ່ວນສ້າງບາດກ້າວຫັນປ່ຽນອັນໜັກແໜ້ນກ່ຽວກັບຄຸນນະພາບທາງດ້ານການເມືອງ, ຍົກສູງຄຸນນະພາບສັງລວມ, ກໍາລັງແຮງສູ້ຮົບຂອງກໍາລັງປະກອບອາວຸດທະຫານເຂດ 7.

leftcenterrightdel
ຫ້ອງການເມືອງທະຫານເຂດ 7 ຍ້ອງຍໍຊົມເຊີຍບັນດາໜູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນເດັດຂາດມີໄຊ ໄລຍະ 2019-2024. ພາບ: ຕວນແອັງ

ເປັນເສນາທິການໃຫ້ຄະນະພັກ, ຄະນະປະຈໍາຄະນະພັກທະຫານເຂດ 7 ເພື່ອປະກາດໃຊ້ມະຕິ, ແຜນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ແລະວຽກງານກໍ່ສ້າງພັກ; ເປັນເສນາທິການປະກາດໃຊ້ແຜນການທີ່ມີລັກສະນະບຸກທະລຸ ກ່ຽວກັບການສັບຊ້ອນພະນັກງານຂອງບັນດາອົງການ, ກົມກອງໃນກໍາລັງປະກອບອາວຸດທະຫານເຂດ 7 ຕາມການບັນຈຸໃໝ່ພາຍຫຼັງການສັບຊ້ອນ, ໂຮມບັນດາອົງການການທະຫານເຂົ້າກັນ. ເປັນເສນາທິການໃຫ້ຄະນະພັກ, ກອງບັນຊາການທະຫານເຂດ 7 ຊີ້ນໍາປະຕິບັດແຜນນະໂຍບາຍ, ແຜນຮ່າງ, ຮູບແບບຍຸດທະສາດ, ມີຄວາມໝາຍທາງດ້ານການເມືອງ-ສັງຄົມຢ່າງມີປະສິດທິຜົນ ຄື: ແຜນຮ່າງ “ກໍ່ສ້າງເຂດຊຸມຊົນຢູ່ຕິດກັບຄ້າຍທະຫານຊາຍແດນຂອງທະຫານລາດ” ແລະແຜນການ “ກໍ່ສ້າງເຂດຊຸມຊົນຢູ່ຕິດກັບຄ້າຍ, ປ້ອມປ້ອງກັນຊາຍແດນ”. ມາຮອດປະຈຸບັນ ໄດ້ເປີດການນໍາໃຊ້, ມອບ-ຮັບເຮືອນ 722 ຫຼັງໃນຈຳນວນເຂດຊຸມຊົນຊາຍແດນ 58 ແຫ່ງ, ດ້ວຍຄ່າໃຊ້ຈ່າຍທັງໝົດແມ່ນຫຼາຍກວ່າ 215 ຕື້ດົ່ງ. ກໍ່ສ້າງໂຮງຮຽນອະນຸບານ 2 ແຫ່ງຢູ່ຕິດກັບກັບເຂດຊຸມຊົນຕາແສງຊາຍແດນ ທ້ຽນຮືງ (ດົ່ງນາຍ) ແລະເຂດຊຸມຊົນຕາແສງຊາຍແດນ ບິ່ງແທັ່ງ (ໄຕນິງ).

ມີຫຼາຍແຜນນະໂຍບາຍໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ຄື: “ກໍ່ສ້າງກໍາລັງການເມືອງຫຼັກແຫຼ່ງທີ່ເປັນທະຫານສໍາຮອງທີ່ພວມເຮັດວຽກຢູ່ເຂດຜະລິດສົ່ງອອກ, ເຂດອຸດສາຫະກໍາ, ບໍລິສັດ, ໂຮງງານ”; “ທ້ອງຖິ່ນ, ກົມກອງແນວຫຼັງ ໜູນຊ່ວຍທ້ອງຖິ່ນ, ກົມກອງແນວໜ້າ”; “ກໍ່ສ້າງກໍາລັງປະກອບອາວຸດທ້ອງຖິ່ນໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານນັບແຕ່ຂັ້ນຮາກຖານ”; “ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອກອງທັບແຫ່ງລາຊະອານາຈັກກໍາປູເຈຍ ແລະປະຊາຊົນກໍາປູເຈຍ”; ແຮກສ່ຽວກັບກຸ່ມບໍລິສັດກອງທະຫານພາກຕາເວັນອອກ, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ; “ເພີ່ມທະວີຄວາມສະໜິດຕິດພັນທີ່ເປັນມິດ, ໜູນຊ່ວຍ, ຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວຊົນເຜົ່າ, ສາສະໜາ”...

leftcenterrightdel
ຫ້ອງການເມືອງທະຫານເຂດ 7 ຍ້ອງຍໍຊົມເຊີຍບັນດາໜູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນເດັດຂາດມີໄຊ ໄລຍະ 2019-2024. ພາບ: ຕວນແອັງ

ອົງຄະນະພັກຫ້ອງການເມືອງ ໄດ້ນໍາພາກໍ່ສ້າງ ແລະປະກາດໃຊ້ລະບົບເອກະສານຊີ້ນໍາໆພາຢ່າງຄົບຖ້ວນ, ດໍາເນີນວຽກງານສຶກສາອົບຮົມການເມືອງ, ໂຄສະນາເຜີຍແຜ່ກົດໝາຍ. ປະຕິບັດການເຄື່ອນໄຫວໂຄສະນາໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນໂຄສະນະໃນໜັງສືພິມ, ວິທະຍຸກະຈາຍສຽງ, ໂທລະພາບຂອງສູນກາງ, ທ້ອງຖິ່ນ, ກອງທັບ  ແລະທາງສື່ສັງຄົມອອນລາຍ. ຂົນຂວາຍລະດົມການປະກອບສ່ວນເຂົ້າກອງທຶນຕອບບຸນແທນຄຸນ, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈມອບໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີ. ກໍ່ສ້າງເພີ່ມເຕີມລະບົບເອກະສານວຽກງານພັກ, ວຽກງານການເມືອງໃນການຫັນໄປສູ່ສະພາບກຽມພ້ອມສູ້ຮົບຂອງກໍາລັງປະກອບອາວຸດທະຫານເຂດ; ວຽກງານພັກ, ວຽກງານການເມືອງ ໃນໜ້າທີ່ກຽມພ້ອມສູ້ຮົບ,  ຝຶກແອບ, ຝຶກຊ້ອມ, ການແຂ່ງຂັນ; ວຽກງານການທະຫານ, ການປ້ອງກັນຊາດທ້ອງຖິ່ນ, ກໍ່ສ້າງກໍາລັງຫຼວງ, ປະຕິບັດລະບຽບວິໄນ, ຮັບປະກັນຄວາມປອດໄພ; ປະຕິຮູບການບໍລິຫານ, ຫັນປ່ຽນດີຈີຕອນ, ການທູດປ້ອງກັນຊາດ ແລະການປ້ອງກັນ, ຕ້ານໄພທໍາມະຊາດ, ໂລກລະບາດ...

ໂດຍເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ໃນອາຍຸການ 2025-2030, ອົງຄະນະພັກຫ້ອງການເມືອງທະຫານເຂດ 7 ໄດ້ກໍານົດສືບຕໍ່ຊາບຊຶມທັດສະນະ, ແນວທາງຂອງພັກ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະຄະນະພັກ, ກອງບັນຊາການທະຫານເຂດ 7 ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ ແລະໜ້າທີ່ວຽກງານພັກ, ວຽກງານການເມືອງໃນສະພາບການໃໝ່ຢ່າງເລິກເຊິ່ງ. ດ້ວຍຈິດໃຈເປັນເຈົ້າການ, ປະດິດສ້າງ, ພະນັກງານ, ສະມາຊິກພັກທັງໝົດໃນອົງຄະນະພັກຫ້ອງການເມືອງທະຫານເຂດ 7  ສືບຕໍ່ເສີມຂະຫຍາຍມູນເຊື້ອ “ຈົ່ງຮັກພັກດີ, ຢຶດໝັ້ນ; ເປັນເຈົ້າການ, ປະດິດສ້າງ; ຫຼັກການ, ປະຊາທິປະໄຕ; ສາມັກຄີິ, ເດັດຂາດມີໄຊ”, ຂະຫຍັນຂັນເຄື່ອນ, ປະດິດສ້າງໃນການເປັນເສນາທິການ, ຊີ້ນໍາ, ແນະນໍາການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ, ຮັກສາຄວາມສາມັກຄີ, ເປັນເອກະພາບ, ຕັດສິນໃຈກໍ່ສ້າງອົງຄະນະພັກຫ້ອງການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ກົມກອງໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”, ປະຕິບັດສໍາເລັດທຸກໜ້າທີ່ໃນສະພາບການໃໝ່ໃຫ້ເປັນຢ່າງດີ.

ໂດຍ: ທູຈາງ